• Thu. Jun 1st, 2023

Lao Sport Update

ຮອບດ້ານວົງການກິລາ

ແພງແທ້ເດ ສາວປຸກກີ້ ຄວ້າ 1 ຫຼຽນຄໍາ ແລະ 1 ຫຼຽນເງິນເປີດສາກປັນຈັກສີລັດ ຊຽງຂວາງ ເກມສ໌

ສາວ ປຸກກີ້ ສະເຫຼີມບຸບຜາ ສ້າງຜົນງານໂດດເດັ່ນສົມເປັນດີກຣີທີມຊາດຄວ້າ 1 ຫຼຽນເງິນ ຟ້ອນດ່ຽວຍິງ ແລະ 1 ຫຼຽນຄຳທີມຍິງ ກິລາປັນຈັກສີລັດ ໃຫ້ເຈົ້າພາບ ແຂວງຊຽງຂວາງ ງານກິລາແຫ່ງຊາດ ຄັ້ງທີ 11 ທີ່ເປີດສາກຂຶ້ນເປັນມື້ທີອິດໃນມື້ນີ້ 8 ທັນວາ 2022

ກ່ອນໜ້ານີ້ ໃນການແຂ່ງຂັນກິລາປັນຈັກສີລັດ ປະເພດຟ້ອນດ່ຽວຍິງ ມີອຸປະກອນ ໃນງານມະຫະກຳກິລາຊີເກມ ຄັ້ງທີ 31 ທີ່ສສ ຫວຽດນາມ ເປັນເຈົ້າພາບ ໄດ້ມີຂຶ້ນໃນຕອນເຊົ້າວັນທີ 11 ພຶດສະພາ 2022 ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ຊຶ່ງໃນລາຍການດັ່ງກ່າວ ມີນັກກິລາຈາກ 8 ຊາດ ປາກົດວ່າ: ນາງ ປຸກກີ້ ສະເຫຼີມບຸຜາ ນັກກິລາປັນຈັກສີລັດທີມຊາດລາວ ປະເພດຟ້ອນດ່ຽວຍິງ ມີອຸປະກອນ ຄວ້າຫຼຽນທອງທຳອິດ ໃຫ້ກັບທັບນັກກິລາລາວ ໃນງານມະຫະກຳກິລາຊີເກມ ຄັ້ງທີ 31 ທີ່ສສ ຫວຽດນາມ ເປັນເຈົ້າພາບ ຫຼັງເອົາຊະນະ ນັກກິລາຈາກສິງກະໂປ 9,900 ຄະແນນ ແຕ່ໜ້າເສຍດາຍໃນຮອບ 2 ຫຼື ຮອບຊີງຫຼຽນເງິນ ໄປເສຍໃຫ້ແຊ໋ມເກົ່າ ນັກກິລາຈາກປະເທດອິນໂດເນເຊຍ.

ເຊິ່ງຫຼຽນດັ່ງກ່າວກໍ່ເປັນຫຼຽນທໍາອິດຂອງ ທັບນັກກິລາລາວ ສາມາດຍາດໄດ້ໃນຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ

ກົດເບິ່ງສື່ບັນເທີງອື່ນໆທີ່:

ແລະ

Leave a Reply

Your email address will not be published. Required fields are marked *