• Thu. Sep 28th, 2023

Lao Sport Update

ຮອບດ້ານວົງການກິລາ

ດີໃຈ! ລົງໜ້ອຍກໍດີ ມື້ນີ້ 8 ທັນວາລາຄານໍ້າມັນປັບລົງອີກ

ຖືເປັນຂ່າວດີ ທີ່ລາຄານໍ້າມັນປັບລົງອີກ ເຖິງຈະລົງໜ້ອຍແຕ່ກໍດີກວ່າບໍ່ລົງນໍ ໂດຍລາຄາໃໝ່ເລີ່ມຈັດຕັ້ງປະຕິບັດຕັ້ງແຕ່ເວລາ6:00ໂມງ ຂອງວັນທີ8 ທັນວາ 2022.

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການເລກທີ1802/ອຄ ລົງວັນທີ 7 ທັນວາ 2022 ເຖິງສະມາຄົມນໍ້າມັນເຊື້ອໄຟແລະອາຍແກັດລາວ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ; ເລື່ອງຈາກປັບລົງລາຄານໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ.

ການປັບລົງຄັ້ງນີ້ແມ່ນລົງທຸກຊະນິດນໍ້າມັນຄື ແອັດຊັງພິເສດປັບລົງ290ກີບ/ລິດ, ແອັດຊັງທຳມະດາ ປັບລົງ200 ກີບ/ລິດ ແລະ ກາຊວນປັບລົງ 80ກີບຕໍ່ລິດ.

ຈາກການປັບລາຄາຄັ້ງນີ້ ເຮັດໃຫ້ແອັດຊັງພິເສດຢູ່ນະຄອນຫຼວງວຽງຈັນປັບລົງມາຢູ່ທີ່24.690ກີບ/ລິດ, ແອັດຊັງທຳມະດາ19.720ກີບ/ລິດ ແລະ ກາຊວນ19.020ກີບ/ລິດ.

Leave a Reply

Your email address will not be published. Required fields are marked *