• Thu. Sep 21st, 2023

Lao Sport Update

ຮອບດ້ານວົງການກິລາ

ເສດຖະກິດ ປີໜ້າຈະມີທ່າອ່ຽງດີຂຶ້ນ ແຕ່ບັນຄ່າເງິນຍັງຈະກະທົບແກ່ຍາວຮອດປີໜ້າ

ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ໄດ້ກ່າວລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 5 ທັນວາ 2022 ໄດ້ໃຫ້ຮູ້ວ່າ: ເສດຖະກິດຂອງ ສປປ ລາວ ໃນປີ 2023 ຈະຂະຫຍາຍຕົວດີຂຶ້ນ ເຊັ່ນດຽວກັນກັບເສດຖະກິດຂອງບັນດາຄູ່ຄ້າສຳຄັນ ແລະ ດຸນການຊໍາລະປົກກະຕິຂອງ ສປປ ລາວ ຄາດວ່າຈະສືບຕໍ່ດີຂຶ້ນ.

May be an image of 2 people and people standing

ຕົ້ນຕໍມາຈາກການສົ່ງອອກສິນຄ້າກະສິກຳ, ແຮ່ທາດໄຟຟ້າ ທີ່ເພີ່ມຂຶ້ນ; ລາຍຮັບຈາກການທ່ອງທ່ຽວ, ການບໍລິການດ້ານຂົນສົ່ງ, ຈາກແຮງງານທີ່ເພີ່ມຂຶ້ນ, ໃນເງື່ອນໄຂທີ່ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ) ແລະ ບັນດານິຕິກຳໃຕ້ກົດໝາຍທີ່ກ່ຽວຂ້ອງເລີ່ມມີການປະຕິບັດໃນຖ່ວງທ່າທີ່ດີຂຶ້ນ ເຮັດໃຫ້ການຄຸ້ມຄອງເງິນຕາຕ່າງປະເທດເຂັ້ມແຂງຂຶ້ນກວ່າເກົ່າ, ປັດໄຈດັ່ງກ່າວ, ຄາດວ່າຈະເປັນກາລະໂອກາດອັນດີໃນການສ້າງຄວາມເຂັ້ມແຂງໃຫ້ຖານະເງິນຕາຕ່າງປະເທດຂອງ ສປປ ລາວ ທັງເປັນເງື່ອນໄຂອຳນວຍໃນການຮັກສາສະຖຽນລະພາບທາງດ້ານເງິນຕາ.

ແຕ່ສິ່ງທ້າທາຍແມ່ນຄວາມບໍ່ແນ່ນອນທາງດ້ານການເມືອງ ແລະ ການທະຫານ ຍັງຈະສືບຕໍ່ແກ່ຍາວ ຊຶ່ງຈະສົ່ງຜົນຕໍ່ລາຄາສິນຄ້າສືບຕໍ່ເພີ່ມຂຶ້ນ ກະທົບຕໍ່ຕະຫຼາດການເງິນສາກົນ ມີຄວາມຜັນຜວນ ໂດຍສະເພາະເງິນໂດລາຄາດວ່າຈະສືບຕໍ່ແຂງຄ່າ ທຽບໃສ່ເງິນສະກຸນຫລັກໆຂອງໂລກ ແລະ ອັດຕາເງິນເຟີ້ໃນຫລາຍປະເທດ ຈະຢູ່ໃນລະດັບສູງ. ໃນນີ້ ສໍາລັບປິ 2023 ກອງທຶນການເງິນສາກົນໄດ້ຄາດຄະເນອັດຕາເງິນເຟີ້ຢູ່ປະເທດເສດຖະກິດເກີດໃໝ່ ແລະ ກໍາລັງພັດ ທະນາຢູ່ໃນລະດັບ 8,1%

May be an image of money

ພ້ອມດຽວກັນນັ້ນ, ຄວາມທ້າທາຍໂດຍປັດໄຈພາຍໃນ ສປປ ລາວ ຍັງເປັນປະເທດນຳເຂົ້າ ມີການເຊື່ອມໂຍງທາງດ້ານການຄ້າ, ການລົງທຶນ ແລະ ຕະຫຼາດການເງິນກັບສາກົນ, ມີການນຳໃຊ້ເງິນຕາຕ່າງປະເທດຫຼາຍສະກຸນໃນສັງຄົມ, ລະບົບສະຖາບັນການເງິນ, ຫົວໜ່ວຍທຸລະກິດ ໂດຍລວມ ຍັງຢູ່ໃນໄລຍະຟື້ນຕົວຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໜີ້ສິນຕໍ່ຕ່າງປະເທດຢູ່ໃນລະດັບສູງ ພໍສົມຄວນ.

ທີ່ມາ: ຂ່າວເສດຖະກິດ ການຄ້າ

Leave a Reply

Your email address will not be published. Required fields are marked *