ຂປລ. ແຂວງຫົວພັນ ຈັດພິທີເປີດຫລຽນຈຳລອງຫົວພັນວິລະຊົນ ໃນວັນທີ 7 ທັນວາ 2022 ຢູ່ສວນສາທາລະນະຫົວພັນ-ແທັງຮວ່າ ຕິດກັບໜ່ວຍແກ້ວຫລັກເມືອງ ເທສະບານ ເມືອງຊຳເໜືອ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາທ່ານການນຳຂັ້ນສູນກາງ, ການນຳແຂວງ, ການນຳ 10 ເມືອງ, ພະນັກງານອາວຸດໂສບຳນານປະຕິວັດ, ພະນັກ ງານລັດຖະກອນ, ກຳລັງປ້ອງກັນຊາດ-ປ້ອງຄວາມສະຫງົບ, ມີອຳນາດການປົກຄອງທ້ອງຖິ່ນ ແລະ ຜູ້ຕາງໜ້າປະຊາຊົນບັນດາເຜົ່າອ້ອມຂ້າງເທສະບານແຂວງ ເຂົ້າຮ່ວມ.
ໃນພິທີ, ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ ໄດ້ໃຫ້ຮູ້ເຖິງຄວາມໝາຍຄວາມສຳຄັນຂອງຫລຽນຈຳລອງດັ່ງກ່າວວ່າ: ການເປີດຫລຽນຈຳລອງຫົວພັນວິລະຊົນ ເພື່ອເປັນການຈາລຶກບຸນຄຸນ, ຄຸນງາມ ຄວາມດີຂອງບັນດາບັນພະບຸລຸດວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນແຫ່ງຊາດ ພະນັກງານອາວຸໂສປະຕິວັດ ແລະ ປະຊາຊົນລາວບັນ ດາເຜົ່າ ແຂວງຫົວພັນທີ່ໄດ້ອຸທິດຊີວິດ, ເລືອດເນື້ອກໍຄືລູກຫລານອັນແສນຮັກຂອງຕົນ ເຂົ້າໃນການຕໍ່ສູ້ຕ້ານການກົດຂີ່ຂູດຮີດ ແລະ ຂອງພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ໃໝ່ເພື່ອກອບກູ້ເອົາສິດເປັນເຈົ້າປະເທດຊາດ ຜືນແຜນດິນອັນຄົບຖ້ວມຄືນມາໄດ້ຢ່າງສົມບູນໃນແຕ່ລະໄລຍະ ໄວ້ໃຫ້ສະມາ ຊິກພັກ, ພະນັກງານ, ນັກຮຽນຮູ້, ນັກສຶກສາ ແລະ ປະຊາຊົນບັນດາເຜົ່າຊາວ ແຂວງຫົວພັນ ຜູ້ເກີດໃໝ່ໃຫຍ່ລຸນໄດ້ສຶກສາຮ່ຳຮຽນເອົາມູນເຊື້ອ ທີ່ບັນດາບັນພະບູລຸດວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນແຫ່ງຊາດ, ພະນັກງານອາວຸໂສປະຕິວັດ ແລະ ປະຊາຊົນລາວບັນດາເຜົ່າ ແຂວງຫົວພັນ ໄດ້ສ້າງໄວ້ນັ້ນ ປະ ກອບເຂົ້າໃນການຝຶກຝົນຫລໍ່ຫລອມຕົນເອງໃຫ້ກາຍເປັນ ພະນັກງານທີ່ສືບຖອດທີ່ດີເດັ່ນ ສາມາດແບກຫາບພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງປ່ຽນແປງໃໝ່ຢ່າງ ຮອບດ້ານທີ່ມີຫລັກການຂອງພັກ ນໍາພາປະເທດຊາດກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ ທີ່ພັກໄດ້ກຳນົດໄວ້.
ທ່ານ ອານົງລັກ ແສງສຸລິຍາ ເຈົ້າເມືອງຊຳເໜືອ, ທັງເປັນປະທານອົງການພັດທະນາ ແລະ ບໍລິ ຫານຕົວເມືອງຊຳເໜືອ ໃນນາມເຈົ້າຂອງໂຄງການກໍ່ສ້າງຫລຽນຈຳລອງຫົວພັນວິລະຊົນ ໄດ້ໃຫ້ຮູ້ວ່າ: ໂຄງການດັ່ງກ່າວ ມີຄວາມໝາຍຄວາມສຳຄັນຕໍ່ແຂວງຫົວພັນ ເຊິ່ງຕິດພັນກັບປະຫວັດສາດ, ຮີດຄອງປະເພນີ, ວິຖີການດຳລົງຊີວິດ, ການຕໍ່ສູ້ປົດປ່ອຍປະເທດຊາດ, ການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງຫົວພັນ ມີທີ່ຕັ້ງຢູ່ສວນສາທາລະນະມິດຕະພາບຫົວພັນ-ແທັງຮວ່າ ຕິດກັບບໍລິເວນ ໜ່ວຍແກ້ວຫລັກເມືອງ, ເລີ່ມລົງມືກໍ່ສ້າງມາແຕ່ທ້າຍເດືອນມັງກອນ 2022 ແລະ ສຳເລັດໃນທ້າຍເດືອນກັນຍາ 2022, ມີໄລຍະກໍ່ສ້າງ 9 ເດືອນ, ໂຄງການປະກອບດ້ວຍ: ກໍ່ສ້າງເສົາຮອງຮັບຮູບຈຳລອງຫລຽນວິລະຊົນ ເປັນຮູບ 10 ຫລ່ຽມ ແລະ ຕົບແຕ່ງດ້ວຍລວດລາຍເອກະລັກຕ່າງໆ, ຕີນເສົາມີເສັ້ນຜ່າກາງ 8 ແມັດ, ປາຍເສົາມີເສັ້ນຜ່າກາງ 1,33 ແມັດ, ແທ່ນເສົາມີລວງສູງ 7,20 ແມັດ, ລວມມີ 7 ຂັ້ນ ແຕ່ລະຂັ້ນມີຄວາມໝາຍແຕກຕ່າງກັນ. ສະເພາະໜ່ວຍຫລຽນຈຳລອງ ຫົວພັນວິລະຊົນ ມີຂະໜາດ ແລະ ຄວາມໜາ 15 ຊັງຕີແມັດ, ກວ້າງ 1,33 ແມັດ, ສູງ 1,88 ແມັດ, ຜະລິດດ້ວຍທອງເຫລືອງ ມີ 2 ໜ້າ, ລວມມູນຄ່າກໍ່ສ້າງທັງໝົດ 569 ລ້ານກວ່າກີບ.
ໃນພິທີຄັ້ງນີ້, ທ່ານ ພຸດພັນ ແກ້ວວົງໄຊ ຮອງເຈົ້າແຂວງຫົວພັນ ກໍໄດ້ເລົ່າຄືນມູນເຊື້ອຫົວພັນວິລະຊົນ ເຊິ່ງໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາຂອງແຂວງຫົວພັນໂດຍຫຍໍ້, ສະພາບການກົດຂີ່ຂູດຮີດຂອງຈັກກະພັດຕ່າງດ້າວ ແລະ ການລຸກຮື້ຂື້ນຕໍ່ສູ້ຕ້ານການກົດຂີ່ຂູດຮີດຂອງປະຊາຊົນບັນດາ ເຜົ່າຢູ່ແຂວງຫົວພັນນັບແຕ່ປີ 1890 ເປັນຕົ້ນມາ ໃນນັ້ນ ລົງເລິກເຖິງຜົນງານຂອງກອງທັບ ແລະ ປະຊາຊົນບັນດາເຜົ່າແຂວງຫົວພັນ ທີ່ຍາດມາໄດ້ ເປັນຕົ້ນ ສາມາດເປີດບັ້ນຮົບນ້ອຍໃຫຍ່ທັງໝົດ 7.633 ຄັ້ງ, ສາມາດປັດເຂ່ຍສັດຕູອອກຈາວົງສູ້ຮົບໄດ້ 22.654 ຄົນ, ຂ້າຕາຍ 12.340 ຄົນ, ບາດເຈັບ 4.240 ຄົນ, ຈັບໄດ້ ແລະ ອອກມາຍອມ 4.090 ຄົນ, ໂຕນປະຖັນແຖວ 1.944 ຄົນ, ຢືດ ແລະ ທຳລາຍປືນຊະນິດຕ່າງໆ 15.126 ກະບອກ, ຢືດ ແລະ ທຳລາຍລົດຊະນິດຕ່າງໆ ໄດ້ 3 ຄັນ, ທຳລາຍສູນເຣດາ 1 ແຫ່ງ, ທຳລາຍສາງອາວຸດ 3 ແຫ່ງ, ຢືດ ແລະ ທຳລາຍພາຫະນະສົງຄາມ 60 ໂຕນ, ຍິງຍົນຕົກ 258 ລຳ, ຢືດຈັກໄຟຟ້າ 6 ເຄື່ອງ, ຢືດ ແລະ ທຳລາຍຈັກໂທລະເລກ-ໂຟນີ 176 ເຄື່ອງ.
ເພື່ອສະໜັບສະໜູນຂະບວນການປົດປ່ອຍຊາດ ໂດຍສະເພາະແມ່ນປົດປ່ອຍແຂວງຫົວພັນ ນັ້ນ, ປະຊາຊົນບັນດາເຜົ່າ ໄດ້ປະກອບສ່ວນທາງດ້ານກຳລັງຊັບ ແລະ ກຳລັງຄົນເຂົ້າໃນຂະບວນການດັ່ງກ່າວຢ່າງເປັນຂະບວນຄື: ສົ່ງລູກຫລານເຂົ້າເປັນທະຫານ 15.459 ຄົນ, ເປັນພະນັກງານ 16.649 ຄົນ, ຊ່ວຍຊຸກເຊື່ອງທະຫານ-ພະນັກງານ 12.240 ຄັ້ງ, ຊ່ວຍປີ່ນປົວທະຫານ-ພະນັກງານຖືກບາດເຈັບຈາກສົງຄາມ 16.121 ເທື່ອຄົນ, ຊ່ວຍລຳລຽງເຄື່ອງຮັບໃຊ້ແນວໜ້າ 5.051 ເທື່ອຄົນ, ຊ່ວຍເງິນ 699 ລ້ານກວ່າກີບ, ເງິນຂັນ 56 ຂັນ, ອອກເຂົ້າຊ່ວຍຊາດ 433.997 ໂຕນ, ຊ່ວຍງົວ, ຄວາຍ, ໝູ, ເປັດ, ໄກ່ ເກືອບ 2 ແສນໂຕ, ເຄື່ອງນຸ່ງຫົ່ມ 20.000 ກວ່າຜືນ ແລະ ຊ່ວຍວັດຖຸອື່ນໆເກືອບ 2 ລ້ານໂຕນ.
ຈາກຜົນງານດັ່ງກ່າວນັ້ນ, ໃນກອງປະຊຸມນັກຮົບແຂ່ງຂັນ ແລະ ວິລະຊົນແຫ່ງຊາດທົ່ວປະເທດ ຄັ້ງທີ 2 ແຂວງຫົວພັນ ໄດ້ຮັບນາມມະຍົດເປັນແຂວງວິລະຊົນແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານປະທານປະເທດ ແຫ່ງ ສປປ ລາວ ສະບັບເລກທີ 17/ປທປທ ລົງວັນທີ 5 ເມສາ 1979 ເພື່ອຈາລຶກຄຸນງາມຄວາມດີອັນດີເດັ່ນ ເປັນຕົວແທນໃຫ້ບັນດາກົມກອງ ແລະ ບຸກຄົນທີ່ໄດ້ອຸທິດໃຫ້ແກ່ປະເທດຊາດ ແລະ ການປະຕິວັດສູນກາງ.
ຂ່າວ-ພາບ: ໄອແກ້ວ