• Thu. Sep 28th, 2023

Lao Sport Update

ຮອບດ້ານວົງການກິລາ

ລຸ້ນສ້າງປະຫວັດສາດ ອີສະປອດ ທີມຊາດລາວ ພົບ ໄທ ແລງນີ້ຕັດສິນເຂົ້າຮອບລາຍການຊີງແຊັມໂລກ

ພາຍຫຼັງທີ່ ທີມກິລາອີ-ສະປອດ ທີມຊາດລາວ ສາມາດເອົາຊະນະ ເປຣູ 2-1 ໃນການແຂ່ງຂັນກິລາອີ-ສະປອດປະເພດ Dota2 game ໃນລາຍການລະດັບຊີງແຊ້ມໂລກ ໃນຮອບ 8 ທີມສຸດທ້າຍ ເຮັດໃຫ້ຜ່ານເຂົ້າຮອບຕໍ່ໄປ ໃນສາຍເທິງໄປພົບກັບທີມຊາດໄທ ຖ້າສາມາດຊະນະ ແມ່ນຈະໄປຖ້າຮອບຮອງຊະນະເລີດທັນທີ.

ໂດຍນັດຊີ້ຊະນາ ຈະແຂ່ງຂັນໃນຕອນແລງມື້ນີ້ວັນທີ 7 ທັນວາ 2022 ຂອງການຊິງແຊ້ມໂລກ 2022 ປະເພດ Dota 2 ຮອບສອງ ທີມຊາດລາວ ພົບ ທີມຊາດໄທ ໃຜ ຈະຜ່ານໄປສູ່ຮອບສຸດທ້າຍ ມາລຸ້ນນຳກັນ ມື້ນີ້ ເວລາ 19:00 ເປັນກຳລັງໃຈໃຫ້ພວກເຂົາຜ່ານສູ່ຮອບສຸດທ້າຍ.

Leave a Reply

Your email address will not be published. Required fields are marked *