ຂປລ. ພິທີເປີດນຳໃຊ້ ອະນຸສາວະລີນັກບິນທະຫານ ອະດີດສະຫະພາບໂຊວຽດ ທີ່ເສຍຊີວິດໃນການປະຕິບັດພັນທະສາກົນຢູ່ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 6 ທັນວາ 2022 ທີ່ບ້ານອາກາດ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ. ທັງນີ້, ກໍເພື່ອການສະແດງເຖິງຄວາມຮູ້ບຸນຄຸນ ແລະ ລໍ້າລຶກເຖິງບັນ ດານັກບິນທະຫານດັ່ງກ່າວ, ພ້ອມທັງສະແດງໃຫ້ເຫັນເຖິງສັນຍາລັກ ແຫ່ງຄວາມສາມັກຄີຮ່ວມສໍາພັນ ລະ ຫວ່າງ ປະຊາຊົນສອງຊາດ ລາວ-ຣັດເຊຍ. ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ; ສະຫາຍ ວະລາດີເມຍ ກາລີນິນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສ ຣັດເຊຍ ປະຈໍາສປປ ລາວ ພ້ອມດ້ວຍພະ ນັກງານກ່ຽວຂ້ອງສອງຝ່າຍ.
ໃນໂອກາດນີ້, ສະຫາຍ ວະລາດີເມຍ ກາລີນິນ ໄດ້ກ່າວ່າ: ອະນຸສາວະລີແຫ່ງນີ້ ຈະກາຍເປັນສັນ ຍາລັກຂອງສາຍພົວພັນມິດຕະພາບ ອັນເປັນມູນເຊື້ອລະຫວ່າງ ສອງປະເທດ, ເປັນຫລັກໝັ້ນ ເຊິ່ງກັນ ແລະ ກັນ ໃນການເພີ່ມທະວີການພົວພັນ ຄູ່ຮ່ວມມືຍຸດທະສາດຮອບດ້ານ, ຄວາມປາຖະໜາຂອງປະຊາ ຊົນ ຣັດເຊຍ ແລະ ລາວ ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ພາກພື້ນອາຊີ-ປາຊີຟິກ. ນອກຈາກນີ້ ສະຖານທີ່ດັ່ງກ່າວ ຍັງເປັນການລະນຶກເຖິງຜົນງານຂອງວິລະຊົນ ທີ່ເສຍຊີວິດໃນປະເທດລາວ ເຊິ່ງເປັນຕົວຢ່າງແຫ່ງຄວາມກ້າຫານ ແລະ ຄວາມຢືດຢຸ່ນ ສໍາລັບທຸກຄົນ. ພ້ອມທັງເຊື່ອໝັ້ນວ່າ ມັນຈະຄົງຢູ່ໃນຄວາມຊົງຈຳຂອງປະຊາຊົນທັງສອງປະເທດ ແລະ ຈະປະ ກອບສ່ວນເຂົ້າໃນ ການພັດທະນາ ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຣັດເຊຍ ແລະ ລາວ ຕື່ມອີກ.
ໂອກາດດຽວກັນ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວວ່າ: ອະນຸສາວະລີນັກບິນທະຫານ ອະດີດສະຫະພາບໂຊວຽດ ທີ່ເສຍຊີວິດຢູ່ ສປປ ລາວ ເປັນສັນຍາລັກ, ນໍ້າໃຈໄມຕີຈິດມິດຕະພາບ, ຄວາມເຄົາລົບຮັກຂອງລັດຖະບານ, ກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ຕໍ່ນັກບິນທະຫານອາດີດສະຫະພາບໂຊວຽດ ທີເສຍສະຫລະຊີວິດໃນການປະຕິບັດພັນທະສາກົນ. ລັດຖະບານແຫ່ງ ສປປ ລາວ ພ້ອມດ້ວຍປວງຊົນລາວທັງຊາດ ມີຄວາມພາກພູມໃຈ ແລະ ປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອອັນດີງາມ ທີ່ມີມາແຕ່ຍາວນານ ລະຫວ່າງສອງຊາດ, ສອງກອງທັບ ລາວ-ຣັດເຊຍ ໄດ້ຮັບການພັດທະນາ ແລະ ກ້າວເຂົ້າສູ່ລວງເລິກ ໃນທຸກຂົງເຂດວຽກງານນັບມື້ຫລາຍຂຶ້ນ ເປັນຕົ້ນແມ່ນ ໃນໄລ ຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ສປປ ລາວ ແລະ ສ ຣັດເຊຍ ໄດ້ສືບຕໍ່ພົວພັນຮ່ວມມືກັນເລິກເຊິ່ງຍິ່ງຂຶ້ນ, ສ ລັດເຊຍ ໄດ້ເພີ່ມທະວີການສະໜັບສະໜູນຊ່ວຍເຫລືອ ສປປ ລາວ ໃນທຸກດ້ານ: ດ້ານການເມືອງ, ເສດຖະກິດ, ການສຶກສາ, ສາທາລະນະສຸກ, ວິທະຍາສາດເຕັກໂນໂລຊີ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ອັນພົ້ນເດັ່ນແມ່ນໄດ້ສ້າງຊັບພະຍາກອນມະນຸດ, ສ້າງພື້ນຖານໂຄງລ່າງວັດຖຸເຕັກນິກໃຫ້ແກ່ ສປປ ລາວ. ບັນດາກິດຈະກຳທີ່ໄດ້ຮັບການກໍ່ສ້າງ ມັນໄດ້ກາຍເປັນສັນຍາລັກ ການຊ່ວຍເຫລືອຂອງ ສ ຣັດເຊຍ ຕໍ່ ສປປ ລາວ.
ສະເພາະກອງທັບປະຊາຊົນລາວ ແລະ ກອງທັບ ສະຫະພັນຣັດເຊຍ ໄດ້ມີການພົວພັນສະໜິດແໜ້ນນຳກັນນັບແຕ່ດົນນານ, ປັດຈຸບັນ ການພົວພັນຂອງທັງສອງກອງທັບລາວ ແລະ ຣັດເຊຍ ຍິ່ງໄດ້ກ້າວສູ່ລວງເລິກ ແລະ ເປັນຮູບປະທຳຫລາຍຂຶ້ນ. ໄລຍະທີ່ຜ່ານມາ ນອກຈາກການຮ່ວມມືທາງດ້ານການແລກ ປ່ຽນຄະນະຜູ້ແທນນຳກັນເປັນປະຈໍາແລ້ວ ກໍຍັງໄດ້ມີການພົວພັນທາງດ້ານການກໍ່ສ້າງບຸກຄະລະກອນ, ການຊ້ອມຮົບຮ່ວມກັນ, ການຊ່ວຍເຫລືອດ້ານເຕັກນິກການທະຫານ, ການຊ່ວຍເຫລືອດ້ານມະນຸດສະທຳ ແລະ ການສະໜອງອຸປະກອນເຕັກນິກການທະຫານ. ສອງກະຊວງປ້ອງກັນປະເທດ ລາວ-ຣັດເຊຍ ໄດ້ມີສັນຍາຮ່ວມກັນຫລາຍລະດັບ ທັງຂັ້ນລັດຖະບານ, ຂັ້ນກະຊວງປ້ອງກັນປະເທດດ້ວຍກັນ, ທັງນີ້ກໍເພື່ອແນໃສ່ຮັດແໜ້ນຄວາມສາມັກຄີຊ່ວຍເຫລືອກັນ ລະຫວ່າງສອງລັດຖະບານ, ສອງກະຊວງປ້ອງກັນປະເທດລາວ-ຣັດເຊຍ, ເປັນການຍົກລະດັບຄວາມສາມາດຂອງກອງທັບປະຊາຊົນລາວ ໃນການປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໃຫ້ໝັ້ນຄົງ.