ພາຍຫຼັງທີ່ ສະຫະພັນບານເຕະແຫ່ງຊາດລາວ ປະກາດລາຍຊື່ນັກກິລາທີມຊາດລາວ 28 ຄົນທີຈະຮ່ວມເກັບຕົວຝືກຊ້ອມອຸ່ນເຄື່ອງພົບກັບ ທີມຊາດໄທ ຮຸ່ນອາຍຸບໍ່ເກີນ 23 ປີ , ພາຍຫລັງຈົບຈາກການອຸ່ນເຄືອງເກັບໂຕຄັ້ງນີ້ແລ້ວ ຈະໄດ້ຕັດໂຕເອົານັກກິລາໃຫ້ເຫລືອ 23 ຄົນສຸດທ້າຍ ເພື່ອເຂົ້າຮ່ວມແຂ່ງຂັນໃນລາຍການຊີງແຊ້ມອາຊຽນ ຫຼື AFF Cup 2022, ແຕ່ໃນ 28 ນັກເຕະດັ່ງກ່າວບໍ່ມີຊື່ຂອງ ບຸນພະຈັນ ບຸນກອງ ກອງກາງຕົວບຸກຫົວໜ້າທີມຄົນເກັ່ງຈາກສະໂມສອນ ຊ້າງນ້ອຍ ເອັຟຊີ ແຕ່ຢ່າງໃດເຮັດໃຫ້ຫຼາຍຄົນຖາມຫາກັນຫຼາຍພໍສົມຄວນ ແລະ ອາດເປັນເຫດການຊ໊ອກເລີຍກໍວ່າໄດ້ເພາະວ່າບຸນພະຈັນ ເປັນຕົວຄວາມຫວັງຂອງທີມຊາດລາວ ຊຸດໃຫຍ່ ແລະ ຫຼາຍໆຊຸດທີ່ຜ່ານມາ (ລາຍລະອຽດເບິ່ງຄລິບລຸ່ມນີ້ )
ຢ່າງໃດກໍຕາມ, ຢ່າຟ້າວຕົກໃຈ 28 ນັກເຕະທີ່ກ່າວມານັ້ນເປັນພຽງຊຸດໄປອຸ່ນເຄື່ອງກັບທີມຊາດໄທ ຢູ 23 ເທົ່ານັ້ນ ເຊິ່ງກັບມາ ທ່ານ ໄມເຄິລ ໄວທ໌ ຫົວໜ້າຄູຝຶກອາດຮຽກ ບຸນພະຈັນ ກັບມາຕິດທີມຊາດຊຸດນີ້ແນ່ນອນ ເຊິ່ງການທີ່ບຸນພະຈັນ ບໍ່ໄດ້ໄປອຸ່ນເຄື່ອງກັບທີມຊາດໄທ ຊຸດນີ້ອາດຕ້ອງການພັກຟື້ນ ຫຼື ເຫດຜົນໃດບາງຢ່າງກໍເປັນໄດ້ ເຊິ່ງແອັດຕິດຕໍ່ຫາເຈົ້າຕົວຢູ່ຖ້າໄດ້ເຫດຜົນຈະລາຍງານໃຫ້ຊາບພາຍຫຼັງ.ຢ່າງໃດກໍຕາມ ຂໍໃຫ້ ບຸນພະຈັນ ຈະກັບມາຮັບໃຊ້ທີມຊາດລາວ ແນ່ນອນໃນລາຍການໃຫຍ່ທີ່ສຸດຂອງອາຊຽນ ໃນທ້າຍເດືອນທັນວານີ້ ເບິ່ງຜົນງານຂອງ ບຸນພະຈັນ ໄດ້ທີ່ຄລິບລຸ່ມນີ້:
ໂດຍຈໍານວນ 28 ຄົນທີ່ວ່າກໍປະກອບມີ້: ບິນລີ້ ເກດແກ້ວພົມພອນ ນັກເຕະລູກຊອດລາວ-ຝຣັ່ງ, ມິດສະດາ ສາຍໃຕ້ຟ້າ ຈາກ ສະໂມສອນ ຫາດໃຫຍ່ ( ໄທລີກ 3 ), ພິທັກ ກອງມາທິລາດ ຈາກ ສະໂມສອນ ນະຄອນປະຖົມຢູໄນເຕັດ ( ໄທລີກ 2 ) ແລະ ສຸກອາພອນ ວົງຈຽງຄຳ ຈາກ ສະໂມສອນ ຕຣາດ ( ໄທລີກ 2 )
#ຜູ້ຮັກສາປະຕູ
1.ແກ້ວອຸດອນ ສຸວັນນະສັງໂສ ຈາກ ສະໂມສອນ ກອງທັບ
2.ພູນິນ ໄຊຍະສອນ ຈາກ ສະໂມສອນ ເອສະຣາ
3.ໄຊສະຫວາດ ສຸວັນນະໂຊກ ຈາກ ສະໂມສອນ ຊ້າງນ້ອຍ
4.ຈັນທະວີໄຊ ທຽບອານົງ ຈາກ ສະໂມສອນ ເອສະຣາ
#ກອງຫລັງ
5. ມິດສະດາ ສາຍໃຕ້ຟ້າ ຈາກ ສະໂມສອນ ຫາດໃຫຍ່ ( ໄທລີກ 3 )
6. ແອັດ ວຽງຄໍາ ຈາກ ສະໂມສອນ ມາສເຕີ 7
7.ອິນທະຈັກ ສີສຸພັນ ຈາກ ສະໂມສອນ ຫລວງພະບາງ
8.ນະລົງສິດ ຈັນທະລັງສີ ສະໂມສອນ ຈຳປາສັກ
9.ເພັດດາວັນ ສົມສະນິດ ຈາກ ສະໂມສອນ ແຂວງ ຈໍາປາສັກ
10.ພົນສັກ ສີສະຫວາດ ຈາກ ສະໂມສອນ ເອສະຣາ
11.ພຸດທະວົງ ສັງວິໄລ ຈາກ ສະໂມສອນ ເອສະຣາ
12.ທິນນະກອນ ກອງຕະການ ຈາກ ສະໂມສອນ ກອງທັບ
13.ວົງສັກດາ ຈັນທະລືໄຊ ຈາກ ສະໂມສອນ ເອສະຣາ
14.ກ້າຫານ ເພັດສີວິໄລ ຈາກ ສະໂມສອນ ຊ້າງນ້ອຍ
#ກອງກາງ
15.ພິທັກ ກອງມາທິລາດ ຈາກ ສະໂມສອນ ນະຄອນປະຖົມຢູໄນເຕັດ ( ໄທລີກ 2 )
16.ອານັນຕະຊາ ສີພົງພັນ ຈາກ ສະໂມສອນ ເອສະຣາ
17.ອານຸສອນ ໄຊປັນຍາ ຈາກ ສະໂມສອນ ເອສະຣາ
18.ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນ ເອສະຣາ
19.ໂຈນີ້ ແຫວນປະເສີດ ຈາກ ສະໂມສອນ ເອສະຣາ
20. ກີ້ດາວອນ ສຸວັນນີ ຈາກ ສະໂມສອນ ຊ້າງນ້ອຍ
21. ມະໂນລົມ ເພັດພັກດີ ຈາກ ສະໂມສອນ ຊ້າງນ້ອຍ
22. ອຸ່ນ ເພັດວົງສາ ຈາກ ສະໂມສອນ ເອສະຣາ
23. ພູວຽງ ພູມສະຫວັດ ຈາກ ສະໂມສອນ ວຽງຈັນ
24. ສຸກອາພອນ ວົງຈຽງຄຳ ຈາກ ສະໂມສອນ ຕຣາດ ( ໄທລີກ 2 )
25.ພັດທະນາ ພົມມະເທບ ຈາກ ສະໂມສອນ ເອສະຣາ
#ກອງຫນ້າ
26. ບີນລີ້ ເກດແກ້ວພົມພອນ
27.ເອກະໄມ ຣາດຊະຈັກ ຈາກ ສະໂມສອນ ຈໍາປາສັກ
28.ສຸກພະຈັນ ເລື່ອນທະລາ ຈາກ ສະໂມສອນ ຈໍາປາສັກ
ທີມຊາດລາວຈະມີເກມອຸ່ມເຄື່ອງຢ່າງເປັນທາງການພົບກັບ ທີມຊາດໄທ ຮຸ່ນອາຍຸບໍ່ເກີນ 23ປີ ສອງນັດ:
1. ວັນທີ 11 ທັນວາ 2022 ແລະ
2. ວັນທີ 14 ທັນວາ 2022
ທີ່ສະໜາມ ມະຫາວິທະຍາໄລ ທຳມະສາດຣັງສິດ (ປະເທດໄທ) ທັງສອງເກມຈະແຂ່ງຂັນໃນເວລາ 17:30 (ສຳລັບຊ່ອງທາງການຖ່າຍຖອດສົດຈະແຈ້ງຕື່ມອີກຄັ້ງ).