ແອນໂທນີ້ ຊານໂຕສ ປີກຈະລວດຊາວເບຣຊິນ ໄວ 22 ປີ ອາວຸດໃໝ່ຂອງທັບປີສາດແດງ ແມນເຊັສເຕີ ຢູໄນເຕັດ ຄວາມຝັນເປັນຈິງ ເມື່ອເປີດໂຕນັດທຳອິດກັບສັງກັດໃໝ່ ໄດ້ລົງສະໜາມເປັນຕົວຈິງ ແລະ ຍິງປະຕູໄດ້ທັນທີ ຊ່ວຍ ແມນຢູ ເປີດບ້ານເອົາຊະນະ ອາຣເຊນໍລ 3-1 ການແຂ່ງຂັນເຕະບານ ພຣີເມ່ຍລີກ ອັງກິດ ລະດູການໃໝ່ 2022-23 ນັດທີ 6 ຄືນວັນທີ 4 ກັນຍາຜ່ານມາ.
ແມນເຊັສເຕີ ຢູໄນເຕັດ ເປີດບ້ານຕ້ອນຮັບ ອາຣເຊນໍລ ທີມນຳ ທີ່ຊະນະມາ 5 ນັດລວດ, ທັງສອງເດີນເກມບຸກແລກກັນໄດ້ຢ່າງຕື່ນເຕັ້ນ ແຕ່ເປັນ ແມນຢູ ໄດ້ປະຕູອອກນຳກ່ອນຈາກນັກເຕະໃໝ່ ແອນໂທນີ້ ຊານໂຕສ ປີກຊາວເບຣຊິນ ທີ່ຊື້ມາຈາກ ອາແຈັກ 82 ລ້ານປອນ ໄດ້ລົງສະໜາມນັດທຳອິດ ເປັນຕົວຈິງ ຍິງປະຕູທັນທີ ນາທີ 35′.
ເຄິ່ງຫລັງ ອາຣເຊນໍລ ສາມາດທວງປະຕູຄືນຈາກ ບູກາໂຢ້ ຊາກ້າ ນາທີ 60′ ແຕ່ 6′ ນາທີຕໍ່ມາ ມາຣຄັສ ຣາຊຟອດ ຍິງໃຫ້ ແມນຢູ ນຳອີກຄັ້ງ ແລະ ມາຍິງປະຕູປິດທ້າຍນາທີ 75′ ພາ ແມນຢູ ຊະນະ ອາຣເຊນໍລ 3-1 ຄວ້າໄຊ 4 ນັດລວດ, ນັດນີ້ ຣາຊຟອດ ຍິງສອງປະຕູ ໜຶ່ງແອັສຊິດ, ຣາຊຟອດ ຍິງສອງປະຕູຕໍ່ໜຶ່ງນັດໃນເກມລີກອີກຄັ້ງ ນັບຕັ້ງແຕ່ເດືອນທັນວາ ປີ 2020. ສ່ວນ ອາຣເຊນໍລ ອົດສ້າງສະຖິຕິຊະນະໃນເກມລີກ 6 ນັດລວດ ໃນຮອບ 75 ປີ ຕໍ່ຈາກປີ 1947.
ແມນຢູ ມີ 12 ຄະແນນຈາກ 6 ນັດ ຢູ່ອັນດັບ 5 ຕາມຫລັງ ອາຣເຊນໍລ ທີມນຳ 3 ຄະແນນ, ນັດຕໍ່ໄປ ທັງສອງທີມຈະລົງຫລິ້ນເກມ ຢູໂຣປ້າລີກ ລະດູການໃໝ່ ຮອບແບ່ງກຸ່ມນັດທຳອິດ ແມນຢູ ຈະເປີດບ້ານພົບກັບ ຣຽວ ໂຊເຊຍແດັດ ແລະ ອາຣເຊນໍລ ຈະໄປຢາມ ຊູຣິກ ໃນຄືນວັນທີ 8 ກັນຍານີ້.
Photo: Manchester United