ການປະກວດນາງສາວລາວກຳລັງເຂັ້ມຂຸ້ນ ມື້ນີ້ແອັດມິນນ້ອຍ ຈະມາມາແນະນຳໃຫ້ຮູ້ຈັກ ໝາຍເລກ ML04ສຸກສະຫວັນ ລາວລີ ຜູ້ເຂົ້າປະກວດ ນາງສາວລາວ 2022 ຕົວແທນຈາກແຂວງຜົ້ງສາລີ
ສຸກສະຫວັນ ລາວລີ ຫາກໍຈົບການສຶກສາມາຈາກປະເທດຫວຽດນາມສາຍຄູການເມືອງປະລິນຍາຕີ
ເຫດຜົນທີ່ເລືອກລົງເວທີແຫ່ງນີ້ກໍຍ້ອນວ່າຕົງກັບບຸກຄະລິກກະພາບຂອງນ້ອງເຊີງເປັນເວທີທີ່ເນັ້ນເຜີຍແຜ່ວັດທະນໍາທໍາຮີດຄອງປະເພນີອັນດີງາມປະຈໍາຊາດ
ເວທີປະກວດນາງສາວລາວ ຄືເວທີທຳອິດໃນສາຍປະກວດຂອງນ້ອງສຸກສະຫວັນ
ຜ່ານມາບໍ່ເຄີຍໄດ້ເຮັດວຽກກັບວົງການບັນເທີງເທືອຖ້າມີໂອກາດນ້ອງກະຍາກເຮັດວຽກກັບວົງການບັນເທີງລາວເພື່ອເປີດປະສົບການໃໝ່ໆໃຫ້ກັບຕົວເອງ
ສຸກສະຫວັນ ເຊື່ອວ່າຄວາມໝັ້ນໃຈໃນສັກກະຍະພາບຄວາມສາມາດແລະຄວາມຮັບຜິດຊອບຕໍ່ທຸກຫນ້າທີ່ວຽກງານຈະເປັນສີ່ງໜຶ່ງທີ່ຈະເສີມສ້າງໃຫ້ຕົວນ້ອງມີຈຸດໂດດເດັ່ນແລະສິ່ງສຳຄັນໄປກວ່ານັ້ນຄືຄວາມເປັນຕົວຂອງຕົນເອງ.
ນອກຈາກນີ້ນ້ອງຍັງມີຄວາມສາມາດທາງດ້ານພາສາຫວຽດນາມ ບໍ່ວ່າຈະເປັນພິທີກອນ,ການຟ້ອນ,ກິລາເຕະບານນຳອີກ
ທຸກໆການປະກວດຍ້ອມມີຜູ້ຊະນະແລະຜູ້ເສຍ ເຖິງຜົນສຸດທ້າຍຈະເປັນແບບໃດແຕ່ນ້ອງກໍຕ້ອງວາງແຜນອະນະຄົດຕໍ່ໄປກໍຄືຢາກມີວຽກເຮັດງານທຳທີ່ຫມັ້ນຄົງ,ຖ້າມີໂອກາດຢາກຮຽນຕໍ່ສາຍວິຊາສະເພາະທີ່ຕົນເອງຈົບມາ
ຝາກເຖິງຊາວແຂວງຜົ້ງສາລີທຸກໆຄົນຝາກເຊຍແລະເປັນກຳລັງໃຈໃຫ້ນ້ອງML4 ນາງສຸກສະຫວັນ ລາວລີ ແ່ດ່ເດີ ນ້ອງຈະຕັ້ງໃຈແລະພະຍາຍາມເຮັດທຸກຢ່າງໃຫ້ດີທີ່ສຸດເພື່ອຊາວແຂວງຜົ້ງສາລີພວກເຮົາ