ພາບແຫ່ງຄວາມໂສກເສົ້າເກີດຂຶ້ນຫຼັງຈາກທີ່ ທີມຊາດຍີ່ປຸ່ນ ຕົວແທນຈາກອາຊີ ດວນຈຸດໂທດເສຍໃຫ້ກັບ ໂຄຣເອເຊຍ 1-3 ເມື່ອວັນທີ 5 ທັນວາ 2022 ຫຼັງຈາກສະເໝີກັນ 1-1 ໃນເວລາປົກກະຕິ ແລະ ຕໍ່ເວລາພິເສດອີກ 30 ນາທີໆ ເຮັດໃຫ້ຕົກຮອບບານໂລກ 2022.
ແນ່ນອນໃນວິນາທີດັ່ງກ່າວ ແຟນບານຍີ່ປຸ່ນ ແລະ ນັກເຕະທຸກໆຄົນຕ່າງກໍຮ້ອງໄຫ້ຕາມພາບ…
ສໍາລັບ ຍີ່ປຸ່ນ ຍັງກ້າວຜ່ານຮອບ 16 ທີມໃນປະຫວັດສາດບານໂລກ ຮອບສຸດທ້າຍ ບໍ່ໄດ້ເມື່ອຈາກການໄດ້ເຂົ້າມາເຖິງຮອບສຸດທ້າຍເຖິງ 7 ຄັ້ງແບ່ງເປັນ ຢຸດທີຮອບ 16 ທີມສຸດທ້າຍ 4 ຄັ້ງ ແລະ ຢຸດທີ່ຮອບແບ່ງກຸ່ມ 3 ຄັ້ງ.