• Thu. Sep 28th, 2023

Lao Sport Update

ຮອບດ້ານວົງການກິລາ

ຍອດວັດທະນະທຳທີ່ຄວນຮຽນນຳ ຢູ່ຂ້າງສະໜາມເພື່ອສົ່ງສຽງເຊຍ ຫຼັງແຂ່ງຄືນ້ຳໃຈ ແລະຄວາມຮັບຜິດຊອບ

ໃຜແດ່ທີ່ຕິດຕາມການແຂ່ງຂັນບານເຕະໂລກມື້ຄືນນີ້(5 ທັນວາ 2022) ທີ່ກາຕ້າ ເຊິ່ງທີມຍີ່ປຸ່ນແມ່ນໄດ້ເສຍປະຕູໃຫ້ກັບ ໂຄຣອາຊີ 1-3 ແຕ່ການແຂ່ງຂັນຕ້ອງມີຜູ້ໄດ້ຜູ້ເສຍເປັນຂອງທຳມະຊາດ ເຖິງຍີ່ປຸ່ນຈະເປັນຝ່າຍເສຍແຕ່ນັ້ນບໍ່ໄດ້ບັ່ນທອນຄວາມຄິດກອງເຊຍເລີຍແມ່ນແຕ່ນ້ອຍ ແຕ່ກົງກັນຂ້າມກອງເຊຍຍັງແຮັບປີ ເຮັດວຽກເພື່ອເຈົ້າພາບຈົນກາຍເປັນເລື່ອງລາວໂດ່ງດັງໄປທົ່ວໂລກ.

May be an image of 5 people, people standing and text that says 'VISA'

ເຖິງ​ແມ່ນ​ວ່າ​ຍີ່ປຸ່ນ​ຈະຕົກ​ຮອບ 16 ທີມ​ສຸດ​ທ້າຍ​ຂອງ​ບານ​ເຕະ​ໂລກ 2022 ຫຼັງຈາກເສຍໂຄຣອາຊີ 1-3, ແຕ່ແຟນບານຍີ່ປຸ່ນທີ່ເບິ່ງຢູ່ໃນກາຕ້າຍັງສືບຕໍ່ທີ່ຈະຊ່ວຍກັນເກັບຂີ້ເຫຍື້ອອອກຈາກສະໜາມແຂ່ງຂັນ ຫຼັງຈາກຈົບເກມ.

May be an image of 2 people

ກິດຈະກຳທີ່ບັນດາແຟນບານໄດ້ປະຕິບັດຕໍ່ເຈົ້າພາບຕອນນີ້ກາຍເປັນຂ່າວໂດ່ງດັງໄປທົ່ວໂລກ ຕ່າງຄົນຕ່າງແຊກັບການກະທຳທີ່ໜ້າຊື່ນຊົມ ເຫຼົ່າແຟນບານຍີ່ປຸ່ນໄດ້ ຊ່ວຍເຈົ້າພາບເກັບຂີ້ເຫຍື້ອທີ່ກອງເຊຍຕ່າງໆມາເຊຍບານແລ້ວຖີ້ມໄວ້ຕາມຂອບສະໜາມໃຫ້ກ້ຽງເກົາສວຍງາມຄືກັບກ່ອນໃຊ້ງານ.

May be an image of 3 people and people standing

ຍ້ອນຍີ່ປຸ່ມີວັດທະນະທຳແບບນີ້ ຈິ່ງບໍ່ແປກທ່ບ້ານເພິ່ນຈະສະອາດງາມຕາທຸກບ່ອນທຸກທີ່ ຄວາມຈີງແລ້ວມັນເປັນຄວາມຮັບຜິດຊອບຂອງທຸກໆຄົນທີ່ຄວນມີ ເພື່ອຄວາມສະອາດສວຍງານຂອງບ້ານເມືອງ ສິ່ງແວດລ້ອມທີ່ໜ້າຢູ່.

May be an image of 1 person

ຈາກເລື່ອງລາວຂອງກອງເຊຍກໍ່ຄືຊາວຍີ່ປຸ່ນນີ້ເຊື່ອວ່າຈະເປັນບົດຮຽນຫຼາຍພໍສົມຄວນແກ່ຊາວໂລກ ແລະຊາວລາວເຮົາໃນນ້ຳໃຈນັກກິລາ ຄວາມຮັບຜິດຊອບຕໍ່ຂີ້ເຫຍື້ອຂອງຕົນ ຢາກໃຫ້ທຸກຄົນມີຄວາມຄິດແບບທີ່ຊາວຍີ່ປຸ່ນເປັນປະເທດເຮົາຈະໜ້າຢູ່ຫຼາຍຂຶ້ນ.

 

May be an image of 1 person

ມາພ້ອມຖົງຢາງ ກຽມພ້ອມເກັບກວາດຮັກສາຄວາມສະອາດຕາມພື້ນທີ່ໆມີການນຳໃຊ້

 

May be an image of one or more people and people standing

 

Leave a Reply

Your email address will not be published. Required fields are marked *