ຢ່າຫາວ່າເປັນຜູ້ຊາຍແລ້ວຈະລັງແກເຫຍື່ອທີ່ເປັນຍິງໄດ້ ເຈີຂອງແທ້ ໂຈນທີ່ສະຫຼະຊີບ ເພື່ອຫາລ້ຽງຊີບກໍ່ໄດ້ໄປນອນກິນເຂົ້າລີງຢ່າງຫຼີກບໍໄດ້ ສາວສະຫວັນສອງຄົນນີ້ໂຄດໆເລີຍຄວາມໃຈສູ້ຊົມເຊີຍ.
ຂ່າວລາຍງານວ່າ ສອງສາວໃຈເດັດ ຈັບໂຈນໄດ້ ໂດຍວັນທີ 3 ທັນວາ 2022 ມີໂຈນປຸ້ນເອົາໂທລະສັບຜູ້ສາວບ້ານນ້ອງກົບ ເມືອງເຊໂປນ ແຂວງສະຫວັນນະເຂດ ເພື່ອປົກປ້ອງຊັບສົມບັດຕົນເອງ.
ສອງສາວ ສູ້ສຸດຊີວິດໄດ້ໄລ່ໂຈນຈົນຈົມມຸມ ທັງຕີທັງຖີບລົດໂຈນລົ້ມ ແລ້ວບໍ່ພໍເຖິງຂັ້ນໄດ້ຕີກັນກັບໂຈນ ແລະໂຊກດີສຸດຕອນນັ້ນຄືມີລົດໂດຍສານແລ່ນມາພໍດີ ໂດຍສານຄັນນັ້ນກໍ່ມາຈອດແລ້ວລົງມາຊ່ວຍຈັບໂຈນໄດ້ໃນທີ່ສຸດ.
ຢ່າງໃດກໍ່ຕາມສອງສາວນີ້ເຖິງຈະມີຄວາມກ້າ ແຕ່ກໍ່ມີຄວາມສ່ຽງສູງຕໍ່ຊີວິດ ຊັບສິນເສຍໄປຍັງຫາໄດ້ແຕ່ສຸຂະພາບ ແລະຊີວິດສຳຄັນກວ່າ ຖ້າບໍ່ຈຳເປັນກໍປ່ອຍໃຫ້ເປັນໜ້າທີ່ຂອງຕຳຫຼວດ ເພື່ອຄວາມປອດໄພຂອງຕົວເອງຈະດີທີ່ສຸດ ແຕ່ຈັ່ງໃດກໍ່ຊົມເຊີຍເດີ້.