• Sun. Dec 10th, 2023

Lao Sport Update

ຮອບດ້ານວົງການກິລາ

ສປ ຈີນ ສົມເປັນເບີ 1 ຂອງໂລກ ປ້ອງກັນແຊ້ມ ປິ່ງປ່ອງທີມຊາຍ U15 ຊິງແຊ້ມເຍົາວະຊົນ-ໄວໜຸ່ມ ອາຊີ ຄັ້ງທີ 26 ທີ່ ສປປ ລາວ

ນັກກິລາປິ່ງປ່ອງເຍົາວະຊົນຈາກ ສປ ຈີນ ແລະ ຍີ່ປຸ່ນ ສອງຊາດແຖວໜ້າດ້ານກິລາປິ່ງປ່ອງຂອງທະວີບອາຊີ ແລະ ໂລກ ສາມາດຄວ້າແຊ້ມປະເພດທີມຊາຍ ແລະ ທີມຍິງ ຮຸ່ນອາຍຸບໍ່ເກີນ 15 ປີ (U15) ການແຂ່ງຂັນກິລາປິ່ງປ່ອງຊິງແຊ້ມເຍົາວະຊົນ-ໄວໜຸ່ມ ອາຊີ ຄັ້ງທີ 26 ທີ່ ສປປ ລາວ ເປັນເຈົ້າພາບ ໃນລະຫວ່າງວັນທີ 1-6 ກັນຍານີ້ ທີ່ສູນການຄ້າໄອເຕັກມໍ ຊັ້ນ 7 ນະຄອນຫລວງວຽງຈັນ.

ຮອບຊິງຊະນະເລີດປະເພດທີມຊາຍ ສປ ຈີນ ແຊ້ມເກົ່າ ຊະນະ ໄຕ້ຫວັນ 3-0 ຄູ່ ປ້ອງກັນແຊ້ມໄດ້ສຳເລັດ ແລະ ເປັນແຊ້ມສະໄໝທີ 4 ຕິດຕໍ່ກັນ, ຂະນະທີ່ ອັນດັບ 3 ຮ່ວມເປັນຂອງ ຍີ່ປຸ່ນ ແລະ ອີຣານ.

ສ່ວນຮອບຊິງຊະນະເລີດປະເພດທີມຍິງ ຍີ່ປຸ່ນ ເອົາຊະນະ ໄຕ້ຫວັນ 3-0 ໄດ້ແຊ້ມຄັ້ງທຳອິດໃນຮອບ 8 ປີ ຕໍ່ຈາກປີ 2014, ຂະນະທີ່ ອັນດັບ 3 ຮ່ວມເປັນຂອງ ສປ ຈີນ ແຊ້ມເກົ່າ ແລະ ສາທາະລະນະລັດເກົາຫລີ.

ການແຂ່ງຂັນກິລາປິ່ງປ່ອງຊິງແຊ້ມເຍົາວະຊົນ-ໄວໜຸ່ມ ອາຊີ ຄັ້ງທີ 26 ເປັນຄັ້ງທຳອິດ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຄັ້ງທຳອິດ ມີນັກກິລາ 165 ຄົນ ຈາກ 17 ປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມຄື: ບາເຣນ, ບັງກະລາເທດ, ສປ ຈີນ, ໄຕ້ຫວັນ, ຮົງກົງ, ອີຣານ, ອິນເດຍ, ຍີ່ປຸ່ນ, ຄາຊັກສະຖານ, ມາເລເຊຍ, ເນປານ, ກາຕ້າ, ສາທາລະນະລັດເກົາຫລີ, ສິງກະໂປ, ໄທ, ອຸສເບກິສຖານ ແລະ ສປປ ລາວ ເຈົ້າພາບ, ຊິງໄຊທັງໝົດ 11 ລາຍການເຊັ່ນ: ລະດັບເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 15 ປີ (U15) 4 ລາຍການ: ປະເພດຍິງດ່ຽວ-ຊາຍດ່ຽວ, ທີມຍິງ ແລະ ທີມຊາຍ; ລະດັບໄວໜຸ່ມ ຮຸ່ນອາຍຸບໍ່ເກີນ 19 ປີ (U19) ມີ 7 ລາຍການຄື: ປະເພດຍິງດ່ຽວ-ຊາຍດ່ຽວ, ຄູ່ຍິງ, ຄູ່ຊາຍ, ຄູ່ປະສົມ, ທີມຍິງ ແລະ ທີມຊາຍ.

ນັກກິລາທີ່ໄດ້ແຊ້ມ ແລະ ຮອງແຊ້ມ ປະເພດຍິງດ່ຽວ, ຊາຍດ່ຽວ U15 ແລະ U19 ລວມທັງ ແຊ້ມປະເພດທີມຍິງ, ທີມຊາຍ U15 ແລະ U19 ໃນລາຍການນີ້ ຈະໄດ້ສິດເຂົ້າຮ່ວມແຂ່ງຂັນປິ່ງປ່ອງເຍົາວະຊົນ-ໄວໜຸ່ມ ຊິງແຊ້ມໂລກ (World Youth 2022). ຂໍເຊີນຊວນທ່ານຜູ້ຊົມ ມາຮ່ວມຊົມ ຮ່ວມເຊຍ ແລະ ເປັນເຈົ້າພາບທີ່ດີຮ່ວມກັນ ເຊິ່ງການແຂ່ງຂັນຈະດຳເນີນໄປເຖິງວັນທີ 6 ກັນຍານີ້ ຈຶ່ງຈະສຳເລັດ ແຂ່ງຂັນທີ່ສູນການຄ້າໄອເຕັກມໍ ຊັ້ນ 7 ນະຄອນຫລວງວຽງຈັນ ເຂົ້າຊົມໂດຍບໍ່ເສຍຄ່າ.

Photo: Lao Table Tennis Federation & ATTU

Leave a Reply

Your email address will not be published. Required fields are marked *