ຂປລ. ວັນທີ 1 ທັນວາ 2022 ນີ້, ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ແລະ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ໄດ້ເຊັນ “ບົດບັນທຶກຂໍ້ຕົກລົງ ໂຄງການສະໜັບສະໜູນທຶນຊ່ວຍເຫລືອຄູ ແລະ ນັກຮຽນ-ນັກສຶກສາ” ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ສຸລິອຸດົງ ສຸນດາລາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ອາຍ ຢົງຈຸນ ຮອງຜູ້ອໍານວຍການ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ໂດຍມີ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ພຸດ ສິມມະລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຈ້າວ ເຫວິນຍຸຍ ທີ່ປຶກສາເສດຖະກິດ ແລະ ການຄ້າ ສະຖານທູດ ສປ ຈີນ ປະຈໍາ ສປປ ລາວ, ພ້ອມດ້ວຍຜູ້ຕາງໜ້າ ບໍລິສັດ ຊີໂນ-ອາກຣີ ໂປຕາສ ເຂົ້າຮ່ວມເປັນສັກຂີພິຍານ.
ໃນພິທີ, ທ່ານ ກິແກ້ວ ໄຂຄໍາພິທູນ ມີຄຳເຫັນວ່າ: ໂຄງການສະໜັບສະ ໜູນທຶນຊ່ວຍເຫລືອຄູ ແລະ ນັກຮຽນ-ນັກສຶກສາ ແມ່ນມີຄວາມໝາຍຄວາມສໍາຄັນຫລາຍ. ພ້ອມທັງສະແດງຄວາມຂອບໃຈມາຍັງ ບໍລິສັດຊີໂນ-ອາກຣີ ໂປຕາສ ທີ່ໄດ້ປະກອບສ່ວນໃນການພັດທະນາຊັບພະຍາກອນມະນຸດ ແລະ ເສດຖະກິດ-ສັງຄົມ ຂອງ ສປປ ລາວ. ສປປ ລາວ ແລະ ສປ ຈີນ ເປັນປະເທດເພື່ອນບ້ານທີ່ດີ, ໝູ່ເພື່ອນທີ່ດີ, ສະຫາຍທີ່ດີ, ຄູ່ຮ່ວມມືທີ່ດີ, ລັດຖະບານລາວ ແມ່ນສະໜັບສະໜູນບໍລິສັດ ຊີໂນ-ອາກຣີ ໂປຕາສ ທີ່ສຸດ ເຊິ່ງເປັນວິສາຫະກິດຈີນ ມາລົງທຶນພັດທະນາຢູ່ລາວ ທີ່ມີການບໍລິຫານຄຸ້ມຄອງທີ່ເຂັ້ມແຂງ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ. ສະນັ້ນ, ຂໍໃຫ້ທາງບໍລິສັດສືບຕໍ່ປະຕິບັດຕາມແນວທາງ “4 ດີ”, ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄູ່ຮ່ວມມືຍຸດທະສາດຮອບດ້ານຍາວນານລະຫວ່າງ ສອງພັກ, ສອງລັດ, ສ້າງເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ, ສົ່ງເສີມການພັດທະນາຄຸນນະພາບຂອງປະຊາຊົນສອງຊາດ ໃຫ້ສູງຂຶ້ນ ເພື່ອສ້າງຜົນປະໂຫຍດທີ່ແທ້ຈິງໃຫ້ແກ່ປະຊາ-ຊົນສອງຊາດ ລາວ-ຈີນ.
ທ່ານ ອາຍ ຢົງຈຸນ ຮອງອໍານວຍການ ບໍລິສັດ ຊີໂນ-ອາກຣີ ໂປຕາສ ໄດ້ກ່າວວ່າ: ບໍລິສັດໄດ້ມີການປະສານສົມທົບຢ່າງໃກ້ຊິດກັບອໍານາດການປົກຄອງ ແລະ ປະຊາຊົນທ້ອງຖິ່ນ ເປັນເວລາຫລາຍປີ ແລະ ມຸ້ງໝັ້ນ ທີ່ຈະສ້າງຜົນປະໂຫຍດຮ່ວມກັນ ລະຫວ່າງ ບໍລິສັດ ກັບ ພາກລັດ ແລະ ປະຊາຊົນທ້ອງຖິ່ນ. ໃນຖານະເປັນບໍລິສັດທໍາອິດທີ່ຕັ້ງໂຄງການສະໜັບສະໜູນ ທຶນການສຶກສາສະເພາະໃນລາວ, ຫວັງວ່າຈະສົ່ງເສີມບົດບາດເປັນຕົວຢ່າງ ຊຸກຍູ້ໃຫ້ບໍລິສັດລົງທຶນອື່ນໆ ຫັນມາເອົາໃຈໃສ່ໃນການພັດທະນາການສຶກສາໃນລາວໃຫ້ຫລາຍຂຶ້ນ ເພື່ອປະຕິບັດໜ້າທີ່ຮັບຜິດຊອບຂອງວິສາຫະກິດຢ່າງແທ້ຈິງ, ປະກອບສ່ວນເຂົ້າໃນການພັດ ທະນາເສດຖະກິດຂອງລາວ. ບໍລິສັດ ຊີໂນ-ອາກຣີ ໂປຕາສ ສືບຕໍ່ຂະຫຍາຍກໍາລັງການຜະລິດຂອງໂຄງການ ຝຸ່ນໂປຕາສ ເພື່ອພັດທະນາໃຫ້ກາຍເປັນຜູ້ສະໜອງຝຸ່ນໂປຕາສລະດັບໂລກ. ພ້ອມກັນນັ້ນ, ທາງບໍລິສັດ ຍັງຈະກໍ່ສ້າງນິຄົມອຸດສາຫະກໍາທີ່ມີເຂດອຸດສາຫະກໍາໂປຕາສ ແລະ ເຂດອຸດສາຫະກໍາອະໂປຕາສ ເພື່ອພັດ ທະນານຳໃຊ້ຊັບພະຍາກອນໃຫ້ໄດ້ປະໂຫຍດສູງສຸດ ເພື່ອສ້າງຜົນປະໂຫຍດທາງດ້ານເສດຖະກິດ ໃຫ້ໄດ້ ຫລາຍກວ່າເກົ່າ ແກ່ລັດຖະບານ ແລະ ປະຊາຊົນລາວ.
ການສ້າງ “ບົດບັນທຶກການສະໜັບສະໜູນທຶນຊ່ວຍເຫລືອການສຶກສາໃນລາວ” ຂອງບໍລິສັດ ແມ່ນ ໂຄງການຮ່ວມມືໃຫຍ່ອີກອັນໜຶ່ງກັບພາກລັດຂອງລາວ ພາຍຫລັງໄດ້ຮ່ວມກັບກະຊວງແຮງງານ ແລະ ສະ ຫວັດດີການສັງຄົມສ້າງ “ບົດບັນທຶກການຮ່ວມມືດ້ານແຮງງານ ແລະ ສະຫວັດດີການສັງຄົມ” ເຊິ່ງແມ່ນ ມາດຕະການທີ່ສໍາຄັນທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ຮ່ວມກັນພັດທະນາ ລະຫວ່າງລັດ ແລະ ວິສາຫະກິດ.
ທຶນຊ່ວຍເຫລືອການສຶກສາດັ່ງກ່າວ ຕົ້ນຕໍແມ່ນນໍາໃຊ້ເພື່ອສະໜັບສະໜູນ ຜູ້ເຮັດວຽກງານການ ສຶກສາໃນເຂດທຸກຍາກ, ນັກຮຽນ-ນັກສຶກສາທີ່ຍາກຈົນໃນວິທະຍາໄລ ແລະ ສໍາລັບສະຖາບັນສຶກສາທີ່ກໍ່ສ້າງ ບຸກຄະລາກອນວິຊາການເຕັກນິກວິຊາສະເພາະ, ທຶນຊ່ວຍຫລືອດັ່ງກ່າວ ມີມູນຄ່າ 350.000 ໂດລາຕໍ່ປີ, ເຊິ່ງແມ່ນຈໍານວນທຶນສຶກສາທີ່ຫລາຍທີ່ສຸດໃນລາວ ແລະ ເປັນກໍລະນີທໍາອິດ ທີ່ຈະສືບຕໍ່ປະຕິບັດໄປທຸກໆປີ ຢ່າງຕໍ່ເນື່ອງ ເພື່ອເປັນການຮັບປະກັນດ້ານທຶນຮອນ ສໍາລັບພັດທະນາການສຶກສາຂອງ ສປປ ລາວ. “ປູກຕົ້ນໄມ້ໃຊ້ເວລາສິບປິ, ສ້າງຄົນໃຊ້ເວລາຮ້ອຍປີ”, ສະນັ້ນ ການສຶກສາແມ່ນແຜນການພື້ນຖານ ເພື່ອ ຄວາມຈະເລີນຮຸ່ງເຮືອງຂອງຊາດ ແລະ ຄວາມເຂັ້ມແຂງຂອງປະຊາຊົນ, ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ພາຍໃຕ້ການສະໜັບສະໜູນຈາກບໍລິສັດແມ່“ອາຊີໂປຕາສສາກົນ”ດ້ວຍວິໄສທັດຍຸດທະສາດ ຍາວໄກ, ຈະຊ່ວຍແຮງພັດທະນາການສຶກສາຢູ່ລາວ, ທັງເປັັນການປະກອບສ່ວນສໍາຄັນໃນການສ້າງເປັນ “ຄູ່ຮ່ວມຊະຕາກໍາລາວ-ຈີນ”.