• Fri. Jun 2nd, 2023

Lao Sport Update

ຮອບດ້ານວົງການກິລາ

ຍິງລາວເກັ່ງອີ່ຫຼີ່! ເອື້ອຍ ກົງຄໍາ ຄວ້າຫຼຽນເງິນກີລາຍິງປືນລະດັບຊີງແຊ້ມໂລກ

ສະໂມສອນກິລາຍິງປືນ IPSC LAO ຂໍສະແດງຄວາມຍີນດີນຳ ນາງ ກົງຄຳ ບົວແສງພະຈັນ ນັກກິລາຍິງປືນ IPSC LAO ທີ່ສາມາດຍາດໄດ້ຫລຽນເງີນ ໃນການແຂ່ງຂັນກິລາຍິງປືນ IPSC ຊິງແຊ້ມໂລກ ຄັງທີ່ 19 ທີ່ຈັງຫວັດພັດທະຍາ ປະເທດໄທ ປະເພດປືນສັ້ນຫັນລີຜູ້ຍິງ LEVOLVER LADY

ສໍາລັບ ຄະນະນັກກິລາຍິງປືນ IPSC ຈາກ ສປປ ລາວ ໃນການເຂົ້າຮ່ວມແຂ່ງຂັນກິລາຍິງປືນ IPSC ຊິງແຊ້ມໂລກ ຄັ້ງທີ 19 ທີ່ພັດທະຍາ ປະເທດໄທ ລະຫວ່າງວັນທີ 27 ພະຈິກ ຫາວັນທີ 3 ທັນວາ 2022.

ໂດຍລາຍການນີ້ມີນັກກິລາ ທັງໝົດ 76 ປະເທດເຂົ້າຮ່ວມ ໃນນັ້ນປະເທດລາວ ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ ທັງໝົດ 14 ຄົນ, ຍິງ 2 ຄົນ

Leave a Reply

Your email address will not be published. Required fields are marked *