• Thu. Sep 21st, 2023

Lao Sport Update

ຮອບດ້ານວົງການກິລາ

ເດັກລາວເກັ່ງເກີນ! ອານຸສັກ ລົງສະໜາມ 4 ນັດຍິງໄປເກືອບ 20 ປະຕູ ຫຼັງຍິງເມື່ອຍແລ້ວກໍໄປຮັບຕໍ່

ເກັ່ງໂພດຍິງຫລາຍເກີນກະເລີຍຖືກປ່ຽນໃຫ້ໄປຮັບລອງເບິ່ງກະໂຫດອີກ ຫຼື ຍິງເມື່ອຍລະຂໍໄປໄປສໍາລັບ ອານຸສັກ ວິໄລກຸນ ( ບຽລເກດ ) ນັກເຕະເຍົາວະຊົນລາວ ອາຍຸ 7 ປີຍິງຫລາຍໂພດຍິງໄປ 17 ປະຕູຈາກ 4 ນັດ ພາ futboys + wig ຫຼຶ SounthernBoy + wig ຊະນະ 4 ນັດລວດເຂົ້າຮອບ 4 ທີມແນ່ນອນແລ້ວ ໃນການແຂ່ງຂັນບານເຕະລາຍກາຍໃຫຍ່ລະດັບນາໆຊາດລາຍການ Thailand international youth cup 2022 ລະຫວ່າງວັນທີ 3-4 ທັນວາ 2022 ທີ່ສະໜາມໃນ rugby school thailand Bangkok ປະເທດໄທ.

ໂດຍຈໍານວນ 4 ນັດດັ່ງກ່າວ ອານຸສັກ ຍິງໄປແບບຖະຫຼົ່ມຖະລາຍນັດທໍາອິດຍິງໄປ 4 ປະຕູ, ນັດທີ 2 ກັບ 3 ຍິງໄປ 9 ປະຕູ ແລະ ນັດທີ 4 ຍິງໄປອີກ 4 ປະຕູ ເຊິ່ງແຕ່ລະນັດແມ່ນແຂ່ງຂັນບໍ່ຮອດ 10 ນາທີກໍຖືກໂຄສປ່ຽນໃຫ້ໄປຮັບປະຕູແທນໝູ່ຕາມແທັກຕິກ ເຊິ່ງຈໍານວນ 4 ນັດແມ່ນບໍ່ເສຍຈັກປະຕູອີກດ້ວຍທີ່ ບຽລເກດ ຮັບ.

ສໍາລັບ futboys + wig ເປັນການປະສົມປະສານນັກເຕະລະຫວ່າງ ທີມໄທ ແລະ ທີມລາວ ກໍຄື WIG NAGA ເນື່ອງຈາກທີມໄທ ຢືມຕົວນັກເຕະລາວ ຈໍານວນ 4 ຄົນມາຮ່ວມທີມ ໂດຍຜົນງານໂດດເດັ່ນ
-ນັດທໍາອິດ ຊະນະ BFC Firebull 9-0 ນັດອຸ່ນເຄື່ອງ
-ນັດທີ 2 ຊະນະ BFC Academy 10-0 ຮອບແບ່ງກຸ່ມ

-ນັດທີ 3 ຊະນະ Galaxy FC 9-0 ຮອບແບ່ງກຸ່ມ
-ນັດທີ 4 ຊະນະ Phanthong Academy 9-0 ຮອບແບ່ງກຸ່ມ

ເຮັດໃຫ້ futboys + wig ຫຼື SounthernBoy + wig ມີ 9 ຄະແນນຈາກຮອບແບ່ງກຸ່ມ ຜ່ານເຂົ້າຮອບ 4 ທີມສຸດທ້າຍເປັນທີ່ແນ່ນອນແລ້ວ ເຖິງຈະຍັງເຫຼືອການແຂ່ງຂັນເຖິງ 2 ນັດ

Leave a Reply

Your email address will not be published. Required fields are marked *