ໄປເບິ່ງກັນເຕັມ ໂສມຫນ້າ 4 ນັກເຕະຜົນຜະລິດຂອງ WIG NAGA ເປີດຕົວກັບທີມໃໝ່ກໍຄື Fut boys ຮູ່ນອາຍຸບໍ່ເກີນ 7 ປີ ສະໂມສອນໃນໄທ ແລະ ອີກ 1 ນັກເຕະທີ່ຫຼິ້ນໃຫ້ທີມດັ່ງກ່າວໃນຮຸ່ນອາຍຸບໍ່ເກີນ 10 ປີ ກຽມລົງແຂ່ງລາຍການລະດັບນາໆຊາດ ລະຫວ່າງວັນທີ 3-4 ທັນວາ 2022 ທີ່ພັດທະຍາປະເທດໄທ
ໂດຍ 5 ນັກກິລາທີ່ວ່າປະກອບມີ:
+4 ນັກເຕະທີ່ຫຼິ້ນໃຫ້ກັບ Fut boys ໃນຮຸ່ນອາຍຸບໍ່ເກີນ 7 ປີມີດັ່ງນີ້:
-ເບີ 10 ບຽລເກດ ອານຸສັກ ວິໄລກຸນ
-ເບີ 5 ຄິວ
-ເບີ 13 ເທນາ
-ເບີ 3 ໂຟກັສ
ສ່ວນອີກ 1 ນັກເຕະລາວ ກໍຄື ທ້າວ ເອກະລາດ ວິໄລກຸນ ( ໄທເກີ ) ຫຼິ້ນໃຫ້ກັບ Fut boys ໃນຮຸ່ນອາຍຸບໍ່ເກີນ 10 ປີ ໂດຍກ່ອນໜ້ານີ້ເຄີຍລົງແຂ່ງຂັນລາຍການທີ່ປະເທດໄທມາແລ້ວ ສາມາດຍິງໄດ້ 2 ປະຕູ ພ້ອມພາທີມສ້າງຜົນງານຢ່າງໂດດເດັ່ນ.