“ໂສລິຢາ ບຸນໄຊງາມ” ຫຼື ເອັມໝີ້ ອີກໜຶ່ງຄົນທີ່ໜ້າຈັບຕາເບິ່ງ ແຟນນາງງາມເຊຍຫຼາຍແຮງ ໃນເວທີປະກວດ ນາງສາວລາວ 2022 ໝາຍເລກ ML26
ເອັມໝີ້ ສາວງາມຕົວແທນຈາກແຂວງໄຊຍະບູລີ ຜູ້ເຂົ້າຮ່ວມການປະກວດນາງສາວລາວ ປີ 2022. ປັດຈຸບັນແມ່ນເປັນນັກສຶກສາປີ 4 ທີ່ ສະຖາບັນການທະນາຄານ ແລະ ໄດ້ສໍາເລັດການສຶກສາຢູ່ທີ່ສະຖາບັນໂລໂກສ.
ເອັມໝີ້ບອກວ່າ ກຽມຕົວເພື່ອການປະກວດນີ້ມາເກືອບ 1 ປີ ນ້ອງທໍາຄວາມເຂົ້າໃຈ ສຶກສາຮຽນຮູ້ ທີ່ສໍາຄັນ ຖາມຕົນເອງຫຼາຍຄັ້ງວ່າມັກເເທ້ບໍ່? ຈະເຮັດເເທ້ບໍ່? ໃນທີ່ສຸດກໍຕັດສິນໃຈລົງສະໝັກທ້າຍປີ ເພາະນ້ອງເຊື່ອວ່າ ນ້ອງພ້ອມເເລ້ວໃນການເເຂ່ງຂັນຄັ້ງນີ້ແລະຈະເຮັດໃຫ້ດີທີ່ສຸດ
ຄະຕິປະຈຳໃຈຂອງນ້ອງມີຢູ່ວ່າ
(If you want to be a successful person don’t stop until you’re proud)
.
ຖ້າເຈົ້າຢາກເປັນຄົນທີ່ປະສົບຄວາມສຳເລັດ ຢ່າຢຸດຈົນກວ່າເຈົ້າຈະພູມໃຈ
ເຊິ່ງຜ່ານມາໃນປີ 2018 ຊ່ວງຕົ້ນປີ ແລະ ທ້າຍປີ ນ້ອງໄດ້ປະກວດ ເວທີທິດາພະເວດ ແລະ ເວທີນາງສາວບັນດາເຜົ່າ ເຊິ່ງເຮັດໃຫ້ນ້ອງໄດ້ຮຽນຮູ້ທັກສະຫລາຍຢ່າງບໍ່ວ່າຈະເປັນ ການວາງໂຕ, ກິລິຍາມາລະຍາດ , ທັກສະໃນການເວົ້າ ໄດ້ປະສົບການໃໝ່ໆໃນການພັດທະນາຄວາມຮູ້ ແລະ ຄວາມໝັ້ນໃຈໃຫ້ກັບໂຕນ້ອງເອງ.
ຄວາມສາມາດພິເສດກໍຄືການຟ້ອນ, ການຫລິ້ນກີລາບານສົ່ງ ແລະ ສາມາດ ສື່ສານພາສາອັງກິດໄດ້.
ຊ່ອງທາງການຕິດຕໍ່:
FB: M’Mie Bounsayngam/IG: emmy______^/Tiktok: emmy3739