• Sat. Sep 30th, 2023

Lao Sport Update

ຮອບດ້ານວົງການກິລາ

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລົງກວດສະໜາມຫັດແອບ, ຊ້ອມຮົບຮ່ວມສອງກຳລັງຕີພິເສດ ລາວ-ຫວຽດນາມ

ວັນທີ 3 ກັນຍາ 2022 ນິ້, ສະ ຫາຍ ພົນຕີ ວົງຄຳ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ ພ້ອມຄະນະ ລົງກວດ ກາ ແລະ ຊີ້ນໍາການກະກຽມຄວາມ ພ້ອມຮອບດ້ານການຫັດແອບ ແລະ ຊ້ອມຮົບຮ່ວມກຳລັງຕີພິເສດ ລາວ-ຫວຽດນາມ.

ໂອກາດນີ້, ສະຫາຍ ພົນຕີ ວົງຄຳ ພົມມະກອນ ພ້ອມຄະນະ ກໍໄດ້ ຮັບຟັງການລາຍງານໂດຍຫຍໍ້ ຈາກຄະນະຊີ້ນຳພາກສະໜາມ ໃນການເຄື່ອນໄຫວຈັດຕັ້ງປະ ຕິບັດບັນດາໜ້າວຽກທີ່ສໍາຄັນ ໂດຍສະເພາະຄະນະຮັບຜິດຊອບ, ອະນຸກຳມະການ, ພະນັກງານວິ ຊາການວຽກງານດ້ານຕ່າງໆໄດ້ ພົວພັນປະສານສົມທົບກັບອ້າຍ ນ້ອງເພື່ອນຢ່າງກົມກຽວ ແລະ ພ້ອມກັນເປັນເຈົ້າການເຮັດໜ້າ ທີ່ວຽກງານຂອງຕົນຕາມແຜນ ການທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງ ແລະ ມີ ຜົນສຳເລັດເປັນຢ່າງດີ.

ມາຮອດ ປັດຈຸບັນກະກຽມຄວາມ ພ້ອມ ດ້ານຕ່າງໆ ເປັນຕົ້ນແມ່ນສະຖານ ທີ່ພັກເຊົ່າ, ສະໜາມຫັດແອບ ແລະ ວຽກງານຮັບປະກັນດ້ານອື່ນໆ ແມ່ນມີຄວາມພ້ອມຮອບດ້ານ ເພື່ອຮັບປະກັນໃຫ້ແກ່ການເປິດ ພິທີ ແລະ ຫັດແອບເຝິກຊ້ອມຢ່າງ ເປັນທາງການ. ໄປພ້ອມກັນນັ້ນ ກໍຍັງມີບາງຈຸດທີ່ຈະຕ້ອງໄດ້ຂໍ ທິດຊີ້ນຳຈາກຂັ້ນເທິງເພື່ອປັບປຸງ ແກ້ໄຂໃຫ້ສອດຄ່ອງ ແລະ ແທດ ເໝາະກັບສະພາບຄວາມເປັນຈິງຂອງສະໜາມຫັດແອບ.

ຈາກນັ້ນ, ສະຫາຍ ຮອງລັດຖະ ມົນຕີກະຊວງປ້ອງກັນະເທດ ກໍໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດ ຊີ້ນໍາຫຼາຍບັນຫາທີ່ສຳຄັນ. ພ້ອມ ທັງເນັ້ນໜັກໃຫ້ຄະນະຮັບຜິດ ຊອບແຕ່ລະພາກສ່ວນພ້ອມກັນ ຍົກສຸງຄວາມຄວາມຮັບຜິດຕໍ່ໜ້າ ທີ່ການເມືອງຂອງຕົນ ຮັບປະກັນ ໃຫ້ການເຄື່ອນໄຫວຈັດຕັ້ງປະຕິ ບັດແຜນການຫັດແອບ ແລະ ຊ້ອມ ຮົບຮ່ວມສອງກຳລັງຕີພິເສດ ລາວ-ຫວຽດນາມ ໃນໃນຄັ້ງນີ້ມີ ຜົນສໍາເລັດຕາມແຜນການທີ່ໄດ້ ກໍານົດໄວ້.

Leave a Reply

Your email address will not be published. Required fields are marked *