• Fri. Dec 1st, 2023

Lao Sport Update

ຮອບດ້ານວົງການກິລາ

ລາອອກຈາກມະນຸດເງິນເດືອນ 7 ປີປາຍ ມາເຮັດໃນສິ່ງທີ່ມັກ ແລະ ໄດ້ເງິນ ຕອນນີ້ ມີດິນ, ເຮືອນຫໍ, ມີແຟນທີ່ໜ້າຮັກ

ຈາກໂພສນີ້ ອາດເປັນກໍາລັງໃຈໃຫ້ຫຼາຍຄົນໄດ້ บอลพาเที่ยว Backpacker Ball ໂພສວ່າ
ຜ່ານມາ 7 ປີ ກັບອີກ 1 ເດືອນ ທີ່ລາອອກຈາກການເປັນມະນຸດເງິນເດືອນ ດ້ວຍເງິນ 30.000 ບາດ ແລະ ເວບເກົ່າໆ 1 ຄັນ ຂີ່ລົດທ່ຽວທ່ົວໄທ


ມາຮອດຕອນນີ້ມີຫຼາຍຢ່າງ ທີ່ປ່ຽນໄປ
ມີທີ່ດິນແຄມນໍ້າທີ່ການຈະນະບູລີ


ກໍາລັງສ້າງເຮືອນຫໍທີ່ນົນທະບູລີ
ມີຫວານໃຈ ແຟນ ຄົນຮູ້ໃຈ ຮັກໃນສາຍລຸຍຄືກັນ


ມີອາຊີບທີ່ເຮົາໄດ້ເຮັດໃນສິ່ງທີ່ຮັກ ແລະ ໄດ້ເງິນກັບມັນ
ແຕ່ສິ່ງໜຶ່ງທີ່ບໍ່ເຄີຍມີ ແລະ ຍັງຄືເກົ່າ ນັ້ນຄື ຄວາມຫຼູຫຼາໃນຊີວິດ


ລົດເກງຍັງບໍ່ມີຂັບ ເພາະບໍ່ມີຄວາມຈໍາເປັນ ແຕ່ລົດຈັກກໍພາໄປໄດ້ທຸກຫົນແຫ່ງໄດ້ ເສື້ອຜ້າຂ້ອຍກໍຄືເກົ່າເດີມໆ ມັນງ່າຍແກ່ການໃຊ້ຊີວິດ ບໍ່ຕ້ອງແລ່ນຕາມແຟຊັນ

.


ທີ່ສໍາຄັນ ຂ້ອຍຍັງຄົງຫຼົງຮັກການເດີນທາງທີ່ໄດ້ສໍາຜັດວິຖີແບບບ້ານໆ ກິນອາຫານຂ້າງທາງ ຍິ່ງຮ້ານຂ້າງທາງຕາມໝູ່ບ້ານ ສັ່ງພິເສດທີ່ ໃຫ້ຫຼາຍເປັນພູເຂົາ
ຂ້ອຍບໍ່ມີເງິນຫຼວງຫຼາຍ ແຕ່ຂ້ອຍມີຄວາມສຸກມະຫາສານ

Leave a Reply

Your email address will not be published. Required fields are marked *