ເປັນທີ່ແນ່ນອນແລ້ວວ່າ WIG NAGA ແລະ Mazda GB FC 2 ທີມເຍົາວະຊົນລາວ ຈະບໍ່ມີ 2 ອ້າຍນ້ອງ ວິໄລກຸນ ລຸຍການແຂ່ງຂັນບານເຕະລາຍກາຍໃຫຍ່ລະດັບນາໆຊາດລາຍການ Thailand international youth cup 2022 ລະຫວ່າງວັນທີ 3-4 ທັນວາ 2022 ທີ່ສະໜາມໃນ rugby school thailand Bangkok ໃກ້ໆກັບພັດທະຍາ ປະເທດໄທ
ໂດຍ 2 ອ້າຍນ້ອງ ວິໄລກຸນ ທີ່ວ້າກໍມີ ອານຸສັກ ວິໄລກຸນ ( ບຽລເກດ ) ຜູ້ເປັນນ້ອງ ເຈົ້າຂອງດາວລາງວັນນັກເຕະດີເດັ່ນກັບ ດາວຍິງສູງສຸດ ທີ່ພາ Mazda GB FC ຄວ້າແຊັມລາຍການແຊ້ມຊົນແຊ້ມທີ່ປະເທດໄທ ໃນເດືອນຕຸລາ 2022, ສ່ວນ ເອກະລາດ ວິໄລກຸນ ( ໄທເກີ ) ກອງໜ້າຕົວເກັ່ງຂອງ WIG ຢູ 10 ທີ່ພາທີມຄວ້າອັນດັບ 3 ໃນລາຍການແຊັມຊົນແຊັມ ເນືີ່ອງຈາກທັງ 2 ຄົນແມ່ນຕົກລົງໄປຫຼິ້ນໃຫ້ກັບສະໂມສອນ ຟຸດບອຍ ( FUT BOY ) ລຸຍລາຍການດັ່ງກ່າວ.
ໂດຍ ບຽລເກດ ຈະຫຼິ້ນໃຫ້ກັບ ຟຸດບອຍ ໃນຮຸ່ນອາຍຸບໍ່ເກີນ 7 ປີ, ສ່ວນ ໄທເກີ ຜູ້ເປັນອ້າຍແມ່ນຫຼິ້ນໃຫ້ກັບ ຟຸດບອລ ໃນຮຸ່ນອາຍຸບໍ່ເກີນ 10 ປີ ເຂົ້າຮ່ວມແຂ່ງຂັນໃນລາຍການດັ່ງກ່າວ
ຂະນະທີ່ WIG ເຖິງຈະບໍ່ມີ ໄທເກີ ໃນຊຸດນີ້ກໍສົ່ງເຂົ້າຮ່ວມເຖິງ 2 ຮຸ່ນຄື ຢູ 8 ປີ ແລະ 11 ປີ ເຂົ້າຮ່ວມລາຍການດັ່ງກ່າວ ເຊິ່ງມີຫຼາຍສະໂມສອນຊັ້ນນໍາຂອງປະເທດໄທ, ສິງກະໂປ, ມາເລເຊຍ ແລະ ອີກຫຼາຍປະເທດເຂົ້າຮ່ວມ ເຊິ່ງເປັນລາຍການລະດັບນາໆຊາດ (ເບິ່ງລາຍລະອຽດຕາມຄລິບລຸ່ມນີ້ )