• Sun. Jun 4th, 2023

Lao Sport Update

ຮອບດ້ານວົງການກິລາ

ທ່ານທອງລຸນ ສີສຸລິດ ເດີນທາງຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ

ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ.

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ, ລັດຖະບານລາວ ໄດ້ເດີນທາງໄປຢ້ຽມ ຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາຊົນຈີນ ໃນຕອນເຊົ້າວັນທີ 29 ພະຈິກ 2022 ເພື່ອຮັດແໜ້ນສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ກ້າວເຂົ້າສູ່ລວງເລິກກວ່າເກົ່າ ແລະ ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ຈີນ.


ສະຫາຍ ທອງລຸນ ສີສຸລິດ ພ້ອມຄະນະໄດ້ເດີນທາງມາຮອດສະໜາມບິນ ສາກົນ ປັກກິ່ງ ໂດຍມີສະຫາຍ ຫຼິວ ຈ້ຽນຊາວ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບ ຊຶ່ງພິທີຕ້ອນຮັບທາງການແມ່ນຈະຈັດຂຶ້ນໃນວັນທີ 30 ພະຈິກ 2022.

ໃນລະຫວ່າງການເຄື່ອນໄຫວຢ້ຽມຢາມ ລັດຖະກິດຢູ່ ສປ ຈີນ, ສະຫາຍ ທອງລຸນ ສີສຸລິດ ພ້ອມຄະນະ ຈະໄດ້ເຂົ້າພົບປະສອງຝ່າຍ ກັບ ສະຫາຍ ສີ ຈີ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດແຫ່ງ ສປ ຈີນ, ພົບປະກັບ ສະຫາຍ ຫຼີ ເຄີ້ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ, ພົບປະກັບສະຫາຍ ຫຼີ ຈ້ານຊູ ປະທານສະພາປະຊາຊົນ ທົ່ວປະເທດຈີນ ຢູ່ຫໍສະພາປະຊາຊົນ, ເຂົ້າຮ່ວມຢ້ຽມຊົມການວາງສະແດງເອກະສານຮ່ວມມື ແລະ ຢ້ຽມຢາມສະຖານທີ່ສຳຄັນອື່ນໆ ອີກຈໍານວນໜຶ່ງ.

ຂ່າວ-ພາບ: ຂັນໄຊ

Leave a Reply

Your email address will not be published. Required fields are marked *