ສຸດຟິນ ແລະ ຈິ້ນ ສໍາລັບຄູ່ຮັກໝູ່ສະນິດຢ່າງ ໃບເຟີ ດາລາ ນັກສະແດງດັງໄທ ແລະ ໜຸ່ມ ນາຍ ດາລາ ນັກສະແດງ ນາຍແບບດັງ ທີ່ເປັນໝູ່ສະນິດກັນ ແລະ ສະແດງໜັງຫຼາຍເລື່ອງ ຮ່ວມງານອື່ນໆນໍາກັນ ແລະ ກ່ອນໜ້ານີ້ກໍໄປທ່ຽວຕ່າງປະເທດນໍາກັນ ຈົນຫຼາຍໆຄົນທັກທ້ວງວ່າໄປແບບຟິວແຟນ
ແລະຫຼ້າສຸດ ຈິ້ນກັນໄປຕໍ່ ເມື່ອນາຍອອກມາຍອມຮັບວ່າມັກໃບເຟີນ ແລະ ບອກໄປແລ້ວວ່າ ຜົມຊອບເຂົາ ຂ້ອຍຮັກລາວ
.
ເພາະຢ້ານມີຫຼາຍຄົນເຂົາມາຫາເຟີນ ຢ້ານເຟີນຮັກຄົນອື່ນ ເລີນຕ້ອງກ້າວກ່າຍຄໍາວ່າໝູ່ ບອກໄປກ່ອນ
ທີ່ເຫຼືອແມ່ນຂຶ້ນຢູ່ກັບໃບເຟີນວ່າຈະຕອບແບບໃດ
ເຮັດເອົາແຟນໆສະໜັບສະໜຸນ ເຊຍຢ່າງໃຫຍ່ ຖ້າຕິດຕາມຕໍ່ໄປລະກັນວ່າຈາກ ເຟນໂຊນ ຈະເປັນ ແຟນໂຊນຄືໜັງທີ່ສະແດງນໍາກັນຫຼືບໍ່
ຫວັງວ່າຈະມີຂ່າວດີໃຫ້ກັບແຟນໆເດີ້