• Mon. May 29th, 2023

Lao Sport Update

ຮອບດ້ານວົງການກິລາ

ແຂວງບໍ່ແກ້ວ ຈັດສົ່ງນັກກິລາເດີນທາງໄປເຂົ້າຮ່ວມແຂ່ງຂັນກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ

ວັນທີ 28 ພະຈິກນີ້ ການນຳຂອງແຂວງນຳໂດຍທ່ານ  ບົວຄົງ ນາມມະ ວົງ  ເຈົ້າແຂວງບໍ່ແກ້ວ, ມີບັນດາການນຳຂອງແຂວງ ເມືອງ, ພະນັກງານວິຊາການອອກສົ່ງນັກກິລາຂອງແຂວງ ທີ່ຫ້ອງວ່າການແຂວງ ເພື່ອເດີນທາງໄປເຂົ້າຮ່ວມແຂ່ງຂັນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ແຂວງຊຽງຂວາງເປັນເຈົ້າພາບ.


ການເຂົ້າຮ່ວມແຂ່ງຂັນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ແຂວງຊຽງຂວາງເປັນເຈົ້າພາບນີ້ ແຂວງບໍ່ແກ້ວໄດ້ເຂົ້າຮ່ວມແຂ່ງຂັນປະກອບມີ 11 ປະເພດຄື: ກິລາໝາກແລ້, ເທຄວັນໂດ, ແລ່ນລານ, ມວຍລາຍລາວ-ມວຍສາກົນ, ກະຕໍ້ຫວາຍ, ບານເຕະ, ບານສົ່ງ, ດອກປີກໄກ່ ລົດຖີບ, ເປຕັງ ແລະ ກິລາປິງປ໋ອງ.


ທ່ານ  ບົວຄົງ ນາມມະວົງ  ເຈົ້າແຂວງບໍ່ແກ້ວ ໄດ້ມີຄຳເຫັນວ່າ: ການຈັດພິທີນຳສົ່ງນັກກິລາຂອງແຂວງ ໃນເທື່ອນີ້ແມ່ນການໃຫ້ກຳລັງໃຈອັນ ອົບອຸ່ນ ພ້ອມກັນເອົາໃຈໃສ່ເຮັດໜ້າຂອງຕົນເຂົ້າໃນການແຂ່ງຂັນໃຫ້ໄດ້ຕາມເປົ້າໝາຍທີ່ວາງໄວ້ ສຸມໃສ່ສະຕິປັນຍາທຸກກຳລັງແຮງຂອງຕົນເຂົ້າໃນການແຂ່ງຂັນຢ່າງຕັ້ງໜ້າ ເພື່ອຍາດຊິງເອົາຫຼຽນຄຳມາສູ່ແຂວງບໍ່ແກ້ວຂອງພວກເຮົາຢ່າງພາກພູມໃຈ.


ຂຽນ: ບຸນຈັນ ມະນີໄຊ. ພາບ ຄຳພັນ ແກ້ວມະນີ

Leave a Reply

Your email address will not be published. Required fields are marked *