• Tue. Nov 28th, 2023

Lao Sport Update

ຮອບດ້ານວົງການກິລາ

ຊຽງຂວາງ ສະເຫຼີມສະຫຼອງໃບຢັ້ງຢືນ ມໍຣະດົກໂລກໄຫຫີນ ແຫ່ງທີ 3

ໃນວັນທີ 29 ພະຈິກ 2022 ອຳນາດການປົກຄອງແຂວງຊຽງຂວາງ ຮ່ວມກັບກະຊວງຖະແຫຼງຂ່າວວັດທະນະທຳ ແລະທ່ອງທ່ຽວ ໄດ້ຈັດພິທີ ສະເຫຼີມ ສະຫຼອງໃບຢັ້ງຢືນມໍລະດົກໂລກໄຫຫີນ, ຂຶ້ນຢູ່ບໍລິເວນ ທົ່ງໃຫ້ຫີນ 1 ບ້ານນາໂອ ເມືອງແປກແຂວງຊຽງຂວາງ


ພິທີເລີ່ມຕົ້ນດ້ວຍ ຂະບວນແຫ່ໃບຍັ້ງຢືນ ຈາກຫ້ອງການມໍລະດົກໂລກໄຫຫີນຊຽງຂວາງ ອ້ອມຕົວເມືອງໂພນສະຫວັນ, ປະກອບມີ ຂະບວນຟ້ອນ ຈາກ 6 ຊົນເຜົ່າ, ຂະບວນເປົ່າແຄນຂັບລຳ, ມີຂະບວນຕີກອງຄູ່ໃນລົດແຫ່, ມີການຟ້ອນເທິງລົດແຫ່, ໂດຍມີຄົນຢືນລຽນແຖວຕ້ອນຮັບສອງຝາກທາງ, ນອກຈາກນີ້ ຜູ້ເຂົ້າຮ່ວມຍັງໄດ້ຊົມການສະແດງສິລະປະຕື່ມອີກ.


ໃນພິທີ ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ ໄດ້ຂຶ້ນລາຍງານສະພາບຄວາມເປັນມາກ່ຽວກັບການຮັບຮອງເປັນມໍລະດົກໂລກໄຫຫີນ ທ່ານໃຫ້ຮູ້ວ່າ: ຕະຫຼອດໄລຍະ 20 ກວ່າປີທີ່ຢາກໃຫ້ໄຫຫີນໄດ້ເຂົ້າເປັນມໍລະດົກໂລກ, ລັດຖະບານແຫ່ງ ສປປ ລາວ ແລະ ອົງການອຸຍແນດສະໂກໄດ້ມີການຮ່ວມມືກັນໃນການສຶກສາສຳຫຼວດ, ຄົ້ນຄວ້າ ແລະ ກຳນົດ ແຜນໃນການປົກປັກຮັກສາ ແລະ ຄຸ້ມຄອງ ມໍລະດົກ ທາງດ້ານວັດທະນະທຳອັນລໍ້າຄ່າດັ່ງກ່າວໃຫ້ມີ ຄວາມຍືນຍົງ ແລະ ເກີດປະໂຫຍດສູງສຸດ ໂດຍສຸມໃສ່ບັນດາໜ້າວຽກທີ່ສຳຄັນຄື:


ມາຮອດວັນທີ 25 ມັງກອນ 2018 ເອກະສານຄຳຮ້ອງ ແລະ ເອກະສານແຜນແມ່ບົດແຫຼ່ງໄຫຫີນ ແຂວງຊຽງຂວາງ ໄດ້ຖືກຮັບຮອງຈາກລັດຖະບານແຫ່ງ ສປປ ລາວ ເປັນສະບັບສົມ ບູນໄດ້ສຳເລັດ ແລະ ຖືກນຳສົ່ງໄປຍັງສູນມໍລະດົກໂລກ ຂອງອົງການອຸຍແນດສະໂກຢ່າງເປັນທາງການ ແລະ ວັນທີ 20-30 ຕຸລາ 2018 ທາງອົງການອຸຍແນດສະໂກໄດ້ສົ່ງຜູ້ຊ່ຽວຊານ ຂອງອົງການອີໂຄມອດສ ລົງມາກວດກາເບິ່ງສະພາບຄວາມເປັນຈິງ ຂອງພື້ນທີ່ແຫຼ່ງໄຫຫີນ ແຂວງຊຽງຂວາງ; ໃນວັນທີ 10 ກໍລະ ກົດ 2019 ກອງປະຊຸມໃຫຍ່ຄັ້ງທີ 43 ຂອງອົງການອຸຍແນດສະໂກ ໄດ້ຈັດຂຶ້ນຢູ່ເມືອງ ບາກູ ປະເທດ ອາແຊກໄບຊານ ໄດ້ຮັບຮອງເອົາ “ ໄຫຫີນ ” ເຂົ້າເປັນມໍລະດັກໂລກຢ່າງເປັນທາງການ.


ແຫຼ່ງມໍລະດົກໄຫຫີນ 11 ແຫ່ງທີ່ປະກອບດ້ວຍ 15 ອົງປະກອບໄດ້ກວມເອົາເນື້ອທີ່ຂະໜາດ ໃຫຍ່ ຊຶ່ງນອນຢູ່ໃນ 4 ເມືອງ ຂອງແຂວງຊຽງຂວາງຄື: ເມືອງແປກ, ເມືອງຜາໄຊ, ເມືອງພູກູດ ແລະ ເມືອງຄຳ ທີ່ປະກອບດ້ວຍໄຫຫີນໃຫຍ່-ນ້ອຍ ທີ່ຖືກຄວັດເຈາະຢ່າງປານີດ ຈຳນວນ 1.325 ໜ່ວຍ ຢັງ ຢາຍກັນຢູ່ ຊຶ່ງໜ່ວຍໄຫຫີນມີຂະໜາດ 1 ຫາ 3 ແມັດ, ມີແຜ່ນຫີນຈຳນວນໜຶ່ງອາດມີຄວາມເປັນໄປໄດ້ ທີ່ຈະເປັນຝາປິດໄຫຫີນ, ບັນດາອົງປະກອບຕ່າງໆນັ້ນ ລ້ວນແຕ່ແມ່ນຫຼັກຖານທີ່ໂດດເດັ່ນທີ່ສຸດສະແດງ ໃຫ້ເຫັນຄວາມຈະເລີນຮຸ່ງເຮືອງ ຂອງຊຸມຊົນໃນສັງຄົມຍຸກເຫຼັກ ທີ່ເປັນຜູ້ສ້າງ ແລະ ນຳໃຊ້ບັນດາໄຫຫີນ ເຫຼົ່ານັ້ນ ຊຶ່ງມີອາຍຸລະຫວ່າງ 2.500-3000 ປີ.


ໃນຈຳນວນ 15 ອົງປະກອບ ຂອງບັນດາແຫຼ່ງໄຫຫີນນັ້ນ ແມ່ນປະກອບມີ 5 ແຫຼ່ງໄຫຫີນໃຫຍ່ ຄຶ: ແຫຼ່ງໄຫຫີນ 1, ໄຫຫີນ 2, ໄຫຫີນ 3, ໄຫຫີນ 42 ແລະ ໄຫຫີນ 52. ຈາກນັ້ນ, ຍັງປະກອບມີ ແຫຼ່ງໄຫຫີນນ້ອຍເຊັ່ນ: ໄຫຫີນ 23, 25 ແລະ 28 ທີ່ຖືກຄັດເລືອກດ້ວຍເຫດຜົນທີ່ມີຄວາມໝາຍສຳ ຄັນທາງດ້ານຫຼັກຖານບູຮານຄະດີ, ສ່ວນອີກ 3 ແຫຼ່ງແມ່ນຖືກຄັດເລືອກດ້ວຍເຫດຜົນທີ່ເປັນຕົວແທນ ໃຫ້ແກ່ແຫຼ່ງຕັດຫີນ ແລະ ແຫຼ່ງຜະລິດໄຫຫີນເຊັ່ນ: ແຫຼ່ງໄຫຫີນ 8, 21 ແລະ 12 ຕາມລຳດັບ.


ໂອກາດຂຶ້ນກ່າວມອບໃບຢັ້ງຢືນ ທົ່ງໄຫຫີນແຂວງຊຽງຂວາງ ມໍຣະດົກໂລກແຫ່ງທີ 3 ຂອງ ສປປ ລາວ ຂອງທ່ານ ນາງ ສວນສະຫວັນ ວິຍາເກດ ລັດຖະມົນຕີກະຊວງຖະແຫຼງຂ່າວວັດທະນະທຳແລະທ່ອງທ່ຽວ ໄດ້ກ່າວບາງຕອນທີ່ສຳຄັນວ່າ: ທົ່ງໄຫຫີນແຂວງຊຽງຂວາງໄດ້ຖືກຮັບຮອງໃຫ້ເປັນມໍຣະດົກໂລກຈາກອົງການອຸຍແນັສໂກ ໃນວັນທີ 10 ກໍລະກົດ 2019 ເຊິ່ງເປັນແຫ່ງທີ 3 ຂອງ ສປປ ລາວ ຖັດຈາກເມືອງມໍຣະດົກໂລກຫຼວງພະບາງ ແລະ ວັດພູຈໍາປາສັກ.

ມື້ນີ້ພວກເຮົາໄດ້ພ້ອມກັນມາເຕົ້າໂຮມເພື່ອສະເຫຼີມສະຫຼອງທົ່ງໄຫຫີນອັນເອກະລັກທີ່ເປັນມິ່ງຂວັນຂອງຊາວພວນແຂວງຊຽງຂວາງ ທີ່ມີປະຫວັດສາດຄວາມເປັນມາຍາວນານ ແລະ ມີຄຸນຄ່າອັນໂດດເດັ່ນລະດັບຈັກກະວານຄຽງຄູ່ແຜ່ນດິນຊຽງຂວາງນັບເປັນເວລາຫຼາຍພັນປີ ໂດຍມີວັດຖຸໄຫຫີນມໍຣະດົກໂລກ ຈຳນວນຫຼາຍກວ່າ 2.100 ໜ່ວຍ ທີ່ເຄີຍນຳໃຊ້ເຂົ້າໃນພິທີຊາປະນະກິດສົບໃນຍຸກເຫຼັກ ແລະ ໄດ້ກາຍມາເປັນຊື່ຂອງທົ່ງໄຫຫີນ.

.

ຜ່ານການກະກຽມຮອບດ້ານ ແລະ ການຄອງຄອຍມາເປັນເວລາຍາວນານ 20 ກວ່າປີ ທີ່ຢາກໃຫ້ທົ່ງໄຫຫີນ ໄດ້ເປັນມໍຣະດົກໂລກ. ມາປະຈຸບັນນີ້ຄວາມພະຍາຍາມກໍໄດ້ກາຍເປັນຄວາມຈິງສົມດັ່ງຄວາມຫວັງຕັ້ງໃຈ ແລະ ການຄອງຄອຍ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ແລະ ປະຊາຊົນຊາວຊຽງຂວາງ ແມ່ນສຸດແສນມີຄວາມປິຕິຊົມຊື່ນຍິນດີເປັນຢ່າງຍິ່ງ. ແມ່ນກຽດສັກສີອັນສູງສົ່ງຂອງຊາດ ຢູ່ໃນເວທີລະດັບໂລກ. ມັນເຮັດໃຫ້ຊື່ສຽງ ແລະ ພາບພົດຂອງປະເທດຊາດຖືກໂຄສະນາເຜີຍແຜ່ໂດ່ງດັງໄປທົ່ວໂລກ ເຮັດໃຫ້ຊາວໂລກສົນໃຈຢາກມາທ່ຽວຊົມປະເທດລາວນັບມື້ນັບເພີ່ມຂຶ້ນ.

ນາມມະຍົດແຫ່ງຄວາມເປັນມໍຣະ ດົກໂລກ ໄດ້ກະຕຸກຊຸກຍູ້ອຸດສະຫະກໍາການທ່ອງທ່ຽວທາງວັດທະນະທຳ ແລະ ທຳມະຊາດ ທີ່ມີຄຸນຄ່າຍອດຍິ່ງລະດັບໂລກ ແລະ ທັງເປັນແມ່ເຫຼັກດຶງດູດການລົງທຶນ, ການຮ່ວມມືສາກົນ, ການພັດທະນາລະບົບໂຄງລ່າງຮອບດ້ານ ຊຶ່ງເປັນການປະກອບສ່ວນອັນສຳຄັນໃຫ້ແກ່ການຫຼຸດຜ່ອນຄວາມທຸກຍາກໃຫ້ແກ່ປະຊາຊົນ, ເປັນການສ້າງວຽກເຮັດງານທຳໃຫ້ແກ່ຊຸມຊົນທ້ອງຖິ່ນ, ເປັນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ນັບດີຂຶ້ນ.

.

ສັງລວມແລ້ວອາດເວົ້າໄດ້ວ່າການອະນຸລັກ ແລະການພັດທະນາ ແມ່ນໄດ້ຊຸກຍູ້ສົ່ງເສີມຊຶ່ງກັນ ແລະ ກັນ ເພາະເມື່ອພວກເຮົາຫາກມີຄວາມເຂົ້າໃຈເລິກຊຶ່ງໃນການພັດທະນາຢ່າງມີການວາງແຜນການຮອບຄອບ ໂດຍຄຳນຶງລ່ວງໜ້າເຖິງທ່າແຮງຂອງມໍຣະດົກທີ່ບັນພະບູລຸດໄດ້ປູພື້ນຖານໄວ້ໃຫ້ແລ້ວນັ້ນ ກໍຍ່ອມເຮັດໃຫ້ເກີດພະລັງແຮງຕໍ່ຍອດ ຊຸກຍູ້ຊຶ່ງກັນ ແລະ ກັນ, ກາຍເປັນຊັບພະຍາກອນການທ່ອງທ່ຽວທີ່ບໍ່ບົກແຫ້ງ, ຍືນຍົງ ແລະ ເປັນແມ່ແຮງທາງດ້ານເສດຖະກິດແບບສີຂຽວຂອງຊາດ. ທັງໝົດທັງມວນນັ້ນກໍແມ່ນ ເພື່ອຍົກໃຫ້ທົ່ວສັງຄົມເຫັນໄດ້ຄຸນຄ່າອັນແທ້ຈິງຂອງມໍຣະດົກ ແລະ ຜົນໄດ້ຈາກການນຳໃຊ້ຄຸນຄ່າຂອງມໍຣະດົກດັ່ງກ່າວໃນການປະກອບສ່ວນແກ້ໄຂບັນຫາຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ນັບດີຂຶ້ນ, ຊຶ່ງມັນກໍແມ່ນເປົ້າໝາຍຂອງນະໂຍບາຍ ຂອງພັກ ແລະ ລັດຖະບານ.


ໃນຂອດການປະສານງານ ແລະ ການປະຕິບັດໜ້າທີ່ການເມືອງຂອງແຕ່ລະຂະແໜງການຈະຕ້ອງມີຄວາມປະສົມກົມກືນ ຊຶ່ງຈະພາໃຫ້ເກີດຄວາມເຂັ້ມແຂງໃນການປະຕິບັດນະໂຍບາຍແຫ່ງການອະນຸລັກ ແລະ ການພັດທະນາເພື່ອເປັນພື້ນຖານ ຄວາມຮັບຮູ້ ແລະ ເຂົ້າໃຈທີ່ເປັນເອກະພາບກັນຂອງຂະແໜງການ ໂດຍ ການມີສ່ວນຮ່ວມຂອງ ປະຊາຊົນ ໃນການວາງແຜນ, ປະຕິບັດເງື່ອນໄຂ, ລະບຽບຫຼັກການ, ພັນທະ ແລະ ໜ້າທີ່ ໃນການເຂົ້າຮ່ວມເປັນພາຄີຂອງລັດເຮົາຕໍ່ສົນທິສັນຍາສາກົນ ໃນເມື່ອເຮົາໄດ້ຮັບເຂົ້າເປັນມໍຣະດົກໂລກ ກໍຄືໄດ້ກາຍເປັນພາຄີຂອງສົນທິສັນຍາສາກົນຕ່າງໆ. ການປັບປຸງ, ປົວແປງກົນໄກຂອດການປະສານງານຂອງແຕ່ລະຂະແໜງການ ແມ່ນເປັນເປົ້າໝາຍເຮັດໃຫ້ມີຄວາມຄ່ອງຕົວ, ລວມສູນ ແລະ ແທດເໝາະຫຼາຍຂຶ້ນເພື່ອເຮັດໃຫ້ການຊີ້ນໍາ, ນໍາພາ ແລະ ເສີມຂະຫຍາຍທ່າແຮງທາງດ້ານຊັບພະຍາກອນວັດທະນະທໍາຂອງຊາດ ໃຫ້ມີຄວາມຍືນຍົງ.

.
ໃນຕອນທ້າຍ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ໄດ້ຂຶ້ນກ່າວຮັບເຊິ່ງທ່ານ ໄດ້ມີຄວາມເຫັນບາງຕອນສຳຄັນວ່າ: ທົ່ງໄຫຫີນ ເປັນເອກະລັກທີ່ເປັນມິ່ງຂວັນຊາວເມືອງພວນ ທີ່ຍືນຍົງຄົງຢູ່ຄູ່ແຜ່ນດິນຊຽງຂວາງນັບເປັນເວລາພັນໆປີມາແລ້ວ. ຕະຫຼອດໄລຍະເວລາ 20 ກວ່າປີ ທີ່ລັດຖະບານ ແຫ່ງ ສປປລາວ ແລະ ອົງການອຸຍແນັດສະໂກ ໄດ້ຮ່ວມມືກັນໃນການດຳເນີນການສຶກສາ, ຄົ້ນຄວ້າ ແລະ ວາງແຜນ ໃນການປົກປັກຮັກສາມໍລະດົກວັດທະນະທຳອັນລ້ຳຄ່າດັ່ງກ່າວ ຈົນມາເຖິງວັນທີ 10 ກໍລະກົດ 2019 ໄຫຫີນແຂວງຊຽງຂວາງ ໄດ້ຖືກຮັບຮອງໃຫ້ເປັນມໍລະດົກໂລກແຫ່ງທີ 3 ຂອງ ສປປ ລາວ ຢ່າງເປັນທາງການ.

ເຊິ່ງໄດ້ເປັນກຽດສັກສີອັນສູງສົ່ງຂອງຊາດລາວ ຢູ່ໃນເວທີສາກົນ ແລະ ພາກພື້ນ, ໄດ້ເຮັດໃຫ້ຊື່ສຽງຂອງປະເທດລາວໂດ່ງດັງໄປທົ່ວໂລກ ເຮັດໃຫ້ຊາວໂລກສົນໃຈຢາກມາທ່ອງທ່ຽວ ສປປລາວ ເພີ່ມຂຶ້ນ. ນາມມະຍົດມໍລະດົກໂລກ ມີຄຸນຄ່າຍອດຍິ່ງ ແລະ ເປັນແຮງດຶງດູດການລົງທຶນ, ການຮ່ວມມືຈາກສາກົນ ເຊິ່ງໄດ້ເປັນການປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນສ້າງວຽກເຮັດງານທຳ ທັງເປັນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ເຮັດໃຫ້ຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ.

.
ຫຼັງຈາກນັ້ນ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍ ການນຳແຂວງ, ບັນດາແຂກ ໄດ້ຂຶ້ນເປັນສັກຂີພິຍານລັ່ນຄ້ອງເກົ້າບາດ, ເພື່ອເປັນມົງຄຸນ ແລະຢັ້ງຢືນການຮັບໃບຢັ້ງຢືນຢ່າງເປັນທາງການ.

ຂ່າວ;ພາບ: ພັກສະຫວັນ ວົງໄຊຍາ

Leave a Reply

Your email address will not be published. Required fields are marked *