ເປັນອີກໜຶ່ງຄວາມພາກພູມໃຈຂອງຊາວຫົວພັນເມື່ອ ທ້າວ ສຸກສະຫວັນ ພັນທະວີໄຊ, ພອນມີໄຊ ຜຸຍຮວງວອນ ແລະ ກຸຍຄໍາແສງ ສີສຸລິດ ນັກກິລາຍິງປືນປະເພດປືນຍາວເປົ້າເລື່ອນປະສົມ 10 ແມັດ ປະເພດທີມຊາຍ ສາມາດຄວ້າຫຼຽນຄໍາໄປຄອງ ໃນການແຂ່ງຂັນກິລາຍິງປືນທີ່ສະໜາມຍິງປືນ 5 ເມສາ ນະຄອນຫຼວງວຽງຈັນ ໃນວັນທີ 28 ພະຈິກ 2022.
ໂດຍທັງ 3 ນັກກິລາຂອງ ແຂວງຫົວພັນ ຍິງໄດ້ 1.034 ຄະແນນ ບຽດເອົາຊະນະ ນັກກິລາຈາກຄໍາມ່ວນ ທີ່ເກັບໄດ້ 1.020 ຄະແນນ ແລະ ອັດນັບ 3 ນະຄອນຫຼວງ ຍິງໄດ້ 1.012 ຄະແນນ ເຮັດໃຫ້ ຫົວພັນ ຄວ້າຫຼຽນຄໍາໄປຄອງ ແລະ ເປັນຫຼຽນຄໍາທໍາອິດ.
ນອກນັ້ນ, ທ້າວ ພອນໄຊ ຜຸຍຮວງວອນ ຍັງຄວ້າ 1 ຫຼຽນເງິນຈາກປືນຍາວເປົ້າເລື່ອນ ດ່ຽວຊາຍ ຍິງໄດ້ 530 ຄະແນນ, ຫຼຽນຄໍາເປັນຂອງ ພົງສະຫວັດ ຈາກຊຽງຂວາງ ແລະ ຍັງບໍພໍ ທ້າວ ສຸກສະຫວັນ ຍັງຄວ້າອີກ 1 ຫຼຽນທອງຈາກປືນຍາວເປົ້າເລື່ອນປະສົມ ດ່ຽວຊາຍ 10 ແມັດໃຫ້ກັບ ແຂວງຫົວພັນອີກດ້ວຍ
ຂ່າວ: ແອັດມິນນົກ; ຮູບ: ພະແນກສຶກສາທິການ ແລະ ກິລາແຂວງຫົວພັນ