ພາຍຫຼັງທີ່ ທີມຊາດຊາອຸດິ ອາຣະເບຍ ສາມາດພິກສະຖານະການເອົາຊະນະ ອາເຈນຕິນາ 2-1 ໃນນັດທໍາອິດຂອງການແຂ່ງຂັນບານໂລກ 2022 ກຸ່ມ C ເມື່ອບໍ່ດົນມານີ້ກໍມີຂ່າວອອກມາວ່າ ເຈົ້າພາບ ໂມຮໍາໝັດ ບິນ ຊັລມານ ບິນ ອັລ ຊາອຖດ ມົງກຸດຣາດຊະກຸມມານ ແລະ ນາຍົກລົດຖະມົນຕີແຫ່ງຣາດຊະອະນາຈັກຊາອຸດິ ອາຣະເບຍ ຊົງຈະຊື້ລົດໂຣລສ໌-ຣອຍຊ໌ ແຟນທອມ ລາຄາຫຼາຍກວ່າ 50 ລ້ານບາດໃຫ້ເປັນລາງວັນແກ່ທັງ 26 ນັກເຕະຂອງທີມຊາດ.
ເຊິ່ງຂ່າວດັ່ງກ່າວໄດ້ມີການເຜີຍແຜ່ຫຼາຍໃນໂລກໂຊຊຽລຢ່າງວ່ອງໄວ ຈົນເລື່ອງລາມໄປທົ່ວທະວິດເຕີ ຈົນຫຼ້າສຸດ ທ່ານ ແອກເວ ເຣນາ ຜູ້ຈັດການທີມຊາດຊາອຸດິ ອາຣະເບຍ ອອກມາປະຕິເສດວ່າເລື່ອງດັ່ງກ່າວບໍ່ແມ່ນຄວາມຈິງ.
ຜູ້ຈັດການທີມຊາດຊາອຸດິ ອາຣະເບຍ ເປີດເຜີຍວ່າ: “ ມັນບໍ່ໄດ້ມີຄວາມຈິງເລີຍ, ພວກເຮົາ ແລະ ສະຫະພັນບານເຕະ ລວມເຖິງກະຊວງກີລາທີ່ເຄັ່ງຄັດ ແລະ ມັນບໍ່ແມ່ນເວລາທີ່ຈະມາເຮັດຫຍັງແບບນີ້ໃນຕອນນີ້ ”.
ຂະນະດຽວກັນ ຊາເລ ອັລ-ເຊຣີ ກອງໜ້າທີມຊາດຊາອຸດິ ອາຣະເບຍ ກໍຕອບໃນທໍານອງດຽວກັນກັບ ເຣນາ ວ່າ: “ ມັນບໍ່ແມ່ນເລື່ອງຈິງພວກເຮົາມາທີ່ນີ້ ເພື່ອຮັບໃຊ້ປະເທດຊາດ ແລະ ເຮັດໜ້າທີ່ໃຫ້ດີທີ່ສຸດ ນັ້ນລະຄືຜົນຕອບແທນ ”.
ມາຮອດປັດຈຸບັນ ຊາອຸດິ ອາຣະເບຍ ລົງສະໜາມໄປແລ້ວ 2 ນັດຊະນະ 1 ແລະ ເສຍ 1 ນັດມີ 3 ຄະແນນ ຢູ່ອັນດັບ 3 ຂອງກຸ່ມ ໂດຍນັດສຸດທ້າຍຈະໄປຕັດສິນເຂົ້າຮອບກັບ ແມັກຊິກ ໃນວັນທີ 30 ພະຈິກ 2022.