• Wed. May 31st, 2023

Lao Sport Update

ຮອບດ້ານວົງການກິລາ

ໃຜເຊຍຄົນນີ້? ໝາຍເລກ ML20 ອອນປີຍາ ຜູ້ອຳນວຍ ອາຍຸ21 ປີ ສາວງາມຜູ້ໂດດເດັ່ນໃນເວທີນາງສາວລາວ ສ່ວນສູງ170ຊັງຕີແມັດ

ໃຜເຊຍຄົນນີ້? ໝາຍເລກ ML20 ອອນປີຍາ ຜູ້ອຳນວຍ ອາຍຸ21 ປີ ສາວງາມຜູ້ໂດດເດັ່ນໃນເວທີນາງສາວລາວ ສ່ວນສູງ170ຊັງຕີແມັດ ສັດສ່ວນ 35 -25 -36.

ມື້ນີ້ແອັດມີນນ້ອຍ ຈະພາໄປຮູ້ຈັກສາວງາມແດນຈຳປາສັກຄົນນີ້ຜ່ານບົດສຳພາດກັບນ້ອງກັນເລີຍ: ປັດຈຸບັນອອນຮຽນສາຍເສດຖະສາດແລະການຄຸ້ມຄອງ ທີ່ມະຫາວິທະຍາໄລຈຳປາສັກ ປີ 4 ທີ່ຜ່ານມາຍັງບໍ່ເຄີຍເຂົ້າຮ່ວມໂຄງການປະກວດນາງງາມຢູ່ໃສມາກ່ອນ ເວົ້າໄດ້ວ່າເປັນເວທີທໍາອິດ.


ເຫດຜົນທີ່ນ້ອງເຂົ້າປະກວດໃນເວທີນາງສາວລາວ ກໍເພາະເວທີນີ້ເປັນເວທີທີ່ນ້ອງໄຝ່ຝັນແລະເປັນຄວາມຕັ້ງໃຈແລກຂອງນ້ອງທີ່ຢາກເຂົ້າປະກວດເພື່ອສານຕໍ່ຄວາມຝັນໃຫ້ເປັນຈິງ.

ນ້ອງມີຄວາມສາມາດທາງດ້ານທັກສະໃນການສື່ສານ,ການຟ້ອນແລະການຫຼີ້ນດົນຕີພື້ນເມືອງເຊັ່ນ:ຕີລະນາດ.

ປັດຈຸບັນມີການຝຶກຊ້ອມ ແລະ ການກະກຽມຫຼາຍພໍສົມຄວນບໍ່ວ່າຈະເປັນດ້ານການຍ່າງ,ກິລິຍາມາລະຍາດ,ການວາງຕົວເປັນຕົ້ນ.


ຄະຕິປະຈຳໃຈແມ່ນ:ຄວາມພູມໃຈທີ່ມີຄຸນຄ່າທີ່ສຸດໃນຊີວິດ ກໍຄືການປະສົບຜົນສຳເລັດໃນສິ່ງທີ່່ຄົນອື່່ນຄິດວ່າເຮົາເຮັດບໍ່ໄດ້.

.


ເປົ້າໝາຍອະນາຄົດ ແມ່ນຢາກພັດທະນາຕົນເອງໃຫ້ເປັນບຸກຄົນຕົ້ນແບບແລະ ນ້ອງເອງກໍຢາກຈະເປັນຄົນໜຶ່ງທີ່ຢາກຈະສົ່ງເສີມການສຶກສານ້ອງໆທີ່ຢູ່ເຂດຊົນນະບົດເພື່ອໄດ້ຮັບການສຶກສາທີ່ດີຂື້ນເພາະເດັກນ້ອຍຄືອະນະຄົດຂອງຊາດ.

.


ຢາກຝາກເຖິງຊາວແຂວງຈຳປາສັກ ກໍຄືຂາວລາວໃຫ້ເອົາໃຈຊ່ວຍສາວນ້ອຍຄົນນີ້ໃຫ້ໄປເຖິງຝັນແລະຢ່າລືມໂຫວດ,ກົດໄລກົດແຊເພື່ອເປັນກຳລັງໃຈໃຫ້ນ້ອງຫຼາຍໆເດີ

.

Leave a Reply

Your email address will not be published. Required fields are marked *