ຂໍຕ້ອນຮັບການມາຍາມລາວ ຂອງທ່ານາງ ທ່ານ ຄຸນຫຍິງ ເຍົາວະເລດ ຊິນນະວັດ ນ້ອງສາວ ທ່ານ ທັກສິນທີ່ມາຮ່ວມງານວ້າວແຟຊັ້ນວິກ 2022 ໂດຍເປັນແຂກຮັບເຊີນຂອງຄຸນ ຂວັນເຈົ້າຂອງ ຄີນິກເສີມຄວາມງາມ Surgiskin Hospital ແລະ ໄດ້ຮັບການສະຫນັບສະຫນຸນຈາກ Laotel Hotel ໃນວັນທີ 26 ພະຈິກ 2022
.
.
ໂດຍການໃຫ້ກຽດຕ້ອນຮັບ ໂດຍ ແມ່ຕິມ ຫຼື ທ່ານ ນາງ ວົງຈັນ ບົວແພງ ຮອງປະທານໂຮງແຮມລາວເທວ, ປະທານ ໂຄງການ Miss Earth laos ແລະ ຄຸນ ຂວັນເຈົ້າຂອງ ຄີນິກເສີມຄວາມງາມ Surgiskin Hospital ພ້ອມຊື່ມວນຊົນ
.
ທັງນີ້ກໍໄດ້ເດີນທາງໄປກິນເຂົ້າສາມັກຄີຢູ່ ທີ່ໂຮງແຮມລາວເທວ ແລະ ຕອນແລງກໍໄປຮ່ວມງານ VIENTIANE WOW FASHION SHOW 2022 ສວມໃສ່ຊຸດໄໝລາວ ສີແດງ ງາມແຮງແພງຫຼາຍ
ຍິນດີຕ້ອນຮັບ ແລະ ເປັນການມາທີ່ອົບອຸ່ນ ເປັນນິມິດໝາຍທີ່ດີໃນການສົ່ງເສີມມິດຕະພາບລະຫວ່າງ 2 ຊາດລາວໄທ ບໍ່ວ່າຈະເປັນເລື່ອງທຸລະກິດຕ່າງໆ ແລະ ວຽກໃນວົງການບັນເທີງ
ທ່ຽວລາວໃຫ້ມ່ວນໆເດີ້ທ່ານ