ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີກະຊວງ ປກສ ໄດ້ເຄື່ອນໄຫວຢຽມຢາມ ເຮັດວຽກຢູ່ເມືອງວຽງຄຳ ແຂວງຫຼວງພະບາງ ໃນລະຫວ່າງວັນທີ 2-5 ກັນຍາ 2022.
ໃນການເຄື່ອນໄຫວເຮັດວຽກຢູ່ເມືອງວຽງຄຳຄັ້ງນີ້, ທ່ານ ຮອງລັດຖະມົນຕີ ກະຊວງ ປກສ ໄດ້ຢ້ຽມຢາມອົບອຸ່ນຈິດໃຈ, ໃຫ້ກຳລັງໃຈພະນັກງານຕຳຫຼວດທີ່ປະສົບເຄາະຮ້າຍໃນລະຫວ່າງປະຕິບັດໜ້າທີ່ທີ່ເຮັດໃຫ້ມີນາຍຕຳຫຼວດເສຍຊີວິດ 3 ສະ ຫາຍ ແລະ ບາດເຈັບຈຳນວນໜຶ່ງ. ພ້ອມທັງມອບຫຼຽນພິລະອາດຫານຊັ້ນ I, ເງິນປິ່ນປົວ ໃຫ້ຄອບຄົວນາຍ ແລະ ພົນຕຳຫຼວດທີ່ທີ່ເສຍສະຫຼະເພື່ອປະ ເທດຊາດ. ພ້ອມກັນນີ້, ທ່ານຍັງໄດ້ເຂົ້າຮ່ວມສົ່ງສະການນໍາຄອບຄົວ ແລະ ຍາດພີ່ນ້ອງ ຜູ້ເສຍຊີວິດ ຢ່າງສົມກຽດ ແລະ ພົບປະໂອ້ລົມອົບອຸ່ນຈິດໃຈ ໃຫ້ກຳລັງໃຈ ແລະ ຊ່ວຍເຫຼືອວັດຖຸເງິນຄຳ ຈຳນວນໜຶ່ງ.
ໃນຕອນແລງວັນທີ 4 ກັນຍາ 2022, ພົຕ ວັນທອງ ກອງມະນີ ກໍໄດ້ພົບປະໂອ້ລົມ ພະນັກງານນັກຮົບກຳລັງ ປກສ ເມືອງວຽງຄຳ ຢູ່ທີ່ສະໂມສອນຂອງ ປກສ, ເຊິ່ງໄດ້ຮັບຟັງການລາຍງານສະພາບລວມຂອງເມືອງວຽງຄຳ ໂດຍຫຍໍ້ຈາກ ພັທ ບຸນສະຫວັດ ນິນທະຈັນ ຫົວໜ້າກອງບັນຊາການ ປກສ ເມືອງວຽງຄຳ ແລະ ຮັບຟັ່ງການມີຄຳເຫັນ ຊີ້ນໍາ ວຽກງານວິຊາສະເພາະ ຈາກ ພັອ ຕູຊົ່ງ ປັດໄຈ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງພະບາງ.
ພົຕ ວັນທອງ ກອງມະນິ ໄດ້ໂອ້ລົມ ແລະ ຊີ້ນໍາຫຼາຍບັນຫາ ຕໍ່ກຳລັງ ປກສ ເມືອງວຽງຄຳ. ໂດຍ ທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານ ທີ່ຍາດໄດ້ ໃນໄລຍະຜ່ານມາ ຕ້ອງພ້ອມກັນສືບຕໍ່ຮັກ ແລະ ເສີມຂະຫຍາຍ ມູນເຊື້ອຂອງກຳລັງ ປກສ ແລະ ເນັ້ນໜັກຫຼາຍບັນຫາໃຫ້ເອົາໃຈໃສເພີ້ມຕື່ມ ເປັນຕົ້ນແມ່ນສຶກສາອົມການເມືອງນໍາພາແນວຄິດ ໃຫ້ນາຍ ແລະ ພົນຕຳຫຼວດໃຫ້ມີຄຸນສົມ ບັດສິນທຳປະຕິວັດ, ເຊື່ອໝັ້ນຕໍ່່ແນວທາງ ຂອງພັກ-ລັດ, ປັບປຸງແບບແຜນວິທີເຮັດວຽກ, ຝຶກຝົນຮໍ່າຮຽນຍົກລະດັບວິຊາສະເພາະ ໃຫ້ມີຄວາມຮູ້ ຄວາມສາມາດສູງຂຶ້ນ, ກໍ່ສ້າງກຳລັງໃຫ້ມີຄວາມເຂັ້ມແຂງ ເຕີບໃຫຍ່ ທັງປະລິມານ ແລະ ຄຸນະພາບ.
ຕໍ່ກັບບັນດາສະຫາຍທີ່ ເສຍສະຫຼະ ເພື່ອປະ ເທດຊາດ, ທາງພັກ-ລັດ ກໍຄືກະຊວງ ປກສ ແລະ ກອງບັນຊາການ ປກສ ແຂວງ, ປກສ ເມືອງ ໄດ້ມີນະໂຍບາຍ ໃຫ້ການຊ່ວຍເຫຼືອຢ່າງເຕັມທີ່ ເປັນຕົ້ນແມ່ນມອບເງິນນະໂນບາຍ, ເງິນເສຍອົງຄະ, ຊ່ວຍປິ່ນປົວສຸຂະພາບ. ນອກນີ້, ຈະສືບຕໍ່ຊ່ວຍເຫຼືອເບີ່ງແຍ່ງ ນະໂຍບາຍດ້ານອື່ນໆຕື່ມອີກໃນຕໍ່ໜ້າ.
.
ຂ່າວ: ປກສ ແຂວງຫຼວງພະບາງ