ໂຣດຣິໂກ ລາສມາ ແພດປະຈໍາທີມຊາດບຣາຊິລ ຢືນຢັນເມື່ອວັນທີ 25 ພະຈິກ 2022 ວ່າ: ເນມາ ກອງໜ້າຕົວສໍາຄັນຂອງທີມຊາດ ຈະບໍ່ໄດ້ຊ່ວຍທີມລົງແຂ່ງຂັນ 2 ນັດທີ່ເຫຼືອໃນຮອບແບ່ງກຸ່ມໆ G ໃນບານໂລກ 2022 ເນື່ອງຈາກໄດ້ຮັບບາດເຈັບທີ່ເອັນຂໍ້ຕີນຂວາ.
ດັ່ງທີ່ຮູ້ ເນມາ ໄດ້ຮັບບາດເຈັບຈົນເຖິງຂັ້ນຂໍ້ຕີນບວມຈາກນັດທີ່ ບຣາຊິລ ເອົາຊະນະ ເຊີເບຍ 2-0 ເມື່ອວັນທີ 24 ພະຈິກ ທີ່ຜ່ານມາ ກ່ອນຖືກປ່ຽນຕົວອອກນາທີໆ 79 ຈາກການຖືກ ນິໂກລາ ມິເລນໂຄວິຊ ກອງຫຼັງທີມຊາດເຊີເບຍ ເຂົ້າສະກັດໜັກ.
ໂດຍແພດປະຈໍາທີມຂອງ ບຣາຊິລ ແຈ້ງວ່າ: ເນມາ ຈະກັບມາຊ່ວຍທີມໄດ້ ຖ້າຫາກ ບຣາຊິລ ສາມາດຜ່ານເຂົ້າຮອບ 16 ທີມສຸດທ້າຍເຊັ່ນດຽວກັບ ດານິໂລ ກອງຫຼັງຕົວເກັ່ງຂອງທີມທີ່ໄດ້ຮັບບາດເຈັບຄ້າຍໆກັນ.
ສໍາລັບ 2 ນັດໃນຮອບແບ່ງກຸ່ມຂອງ ບຣາຊິລ ມີຄື: ພົບກັບ ສະວິດເຊີແລນ ໃນວັນຈັນທີ 28 ພະຈິກ ແລະ ພົບ ກາເມີຣູນ ໃນວັນສຸກທີ 2 ທັນວາ 2022.