• Wed. Jun 7th, 2023

Lao Sport Update

ຮອບດ້ານວົງການກິລາ

ສາຍທ່ຽວພາດບໍ່ໄດ້ ປີທໍາອິດ ຈັດບຸນເທສະການ ສາມຫມື່ນຕູບເຟືອງ

ເມືອງເຟືອງໄດ້ກໍານົດເອົາການຈັດງານ ບຸນເທສະການ ສາມຫມື່ນຕູບເຟືອງ ເພື່ອໃຫ້ກາຍ ເປັນບຸນເທສະການປະຈໍາເມືອງເຟືອງໃນຕໍ່ຫນ້າ ເຊິ່ງງານບຸນເທສະການດັ່ງກ່າວນີ້ແມ່ນຈະໄດ້ຈັດຂຶ້ນໃນແຕ່ລະປີ ແລະ ມີລາຍລະອຽດດັ່ງນີ້

1 ສໍາລັບການຈັດງານບຸນເທດສະການສາມຫມື່ນຕູບເຟືອງໃນປີ 2022 ນີ້ ຈະໄດ້ຈັດຂື້ນໃນລະຫວ່າງ ວັນທີ 4 – 15/12/2022 ໃນນີ້ມື້ເປີດງານເປັນທາງການຈະໄດ້ຈັດຂື້ນໃນວັນທີ່ 8 ທັນວາ 2022
2 ສະຖານທີ່ຈັດງານບຸນເທດສະການສາມຫມື່ນຕູບເຟືອງແມ່ນຈະຈັດຂື້ນຢູ່ທົ່ງນາບ້ານນາທົ່ວ, ສົ້ນຂົວນໍ້າຕົງທາງທິດເຫນືອໃກ້ກັບຜາທໍ່ຫນໍ່ຄໍາ


3 ງານບຸນຄັ້ງນີ້ມີຫຼາກຫຼາຍກິດຈະກໍາທີ່ຈະມາວາງສະແດງເຊັ່ນ:
1) ກິດຈະກໍາວາງສະແດງຈໍາລອງຫມູ່ບ້ານຕູບເຟືອງ,
2) ກິດຈະກໍາວາງສະແດງສິນຄ້າປະເພດຜົນຜະລິດກະສິກໍາ, ຫັດຖະກໍາຂອງປະຊາຊົນຊາວເມືອງເຟືອງ,


3) ເລົ່າຕໍານານປະຫວັດຄວາມເປັນມາຂອງສາມຫມື່ນຕູບເຟືອງ ແລະ ສະແດງລະຄອນປະກອບ,
4) ການວາງສະແດງເຄື່ອງນຸ່ງຊົນເຜົ່າຕ່າງໆຂອງຊາວເມືອງເຟືອງ,
5) ການວາງສະແດງອຸປະກອນ ແລະ ເຄື່ອງມື ທໍາການຜະລິດກະສິກໍາໃນຍຸກກ່ອນ,


6) ກິດຈະກໍາຟ້ອນລໍາວົງຢ້ອນຍຸກ,
7) ກິດຈະກໍາວາງສະແດງສີນຄ້າທົ່ວໄປ(ຕະຫຼາດນັດທົ່ວໄປ).
4 ການກະກຽມແຕ່ລະກິດຈະກໍາມີດັ່ງນີ້:


1) ກິດຈະກໍາວາງສະແດງຈໍາລອງຫມູ່ບ້ານຕູບເຟືອງ, ກິດຈະກໍາເຄື່ອງນຸ່ງທີ່ເປັນເອກະລັກຊົນເຜົ່າ ຕ່າງໆ, ແລະ ກິດຈະກໍາວາງສະແດງອຸປກອນ ແລະ ເຄື່ອງມືທໍາການຜະລິດກະສິກໍາໃນຍຸກ ກ່ອນແມ່ນ ມອບໃຫ້ຜູ້ປະກອບການກຸ່ມນັກທຸລະກິດເຮືອນແພ ເປັນຜູ້ຮັບຜິດຊອບ ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງເມືອງ.
2) ກິດຈະກໍາວາງສະແດງສີນຄ້າປະເພດກະສິກໍາ ແລະ ຫັດຖະກໍາ ແມ່ນມອບໃຫ້ ຫົວຫນ້າກຸ່ມ ບ້ານໃນທົ່ວເມືອງເຟືອງເປັນຜູ້ລະດົມພໍ່ແມ່ປະຊາຊົນ


ໃຫ້ເອົາສິນຄ້າຜົນຜະລິດກະສິກໍາໄປວາງສະແດງ ແລະ ຂາຍຢູ່ສະຖານທີທີ່ທາງຄະນະຮັບຜິດຊອບໄດ້ຈັດສັນໃຫ້ໄວ້, ໂດຍມອບ ໃຫ້ກຸ່ມບ້ານ ແລະ ບ້ານເປັນຜູ້ຮັບຜິດຊອບໃນການກະກຽມຮ້ານ(ຕູບວາງສະແດງ)ເອງ, ເຊິ່ງ ຄະນະກໍາມະການຈັດງານບຸນຈະເປັນຜູ້ກໍານົດພື້ນທີ່ບ່ອນຕັ້ງຮ້ານໃຫ້ຕາມຄວາມເຫມາະສົມ.
3) ກິດຈະກໍາເລື່ອງເລົ່າຕໍານານປະຫວັດຄວາມເປັນມາຂອງສາມຫມື່ນຕູບເຟືອງ ແລະ ສະແດງ ລະຄອນປະກອບ, ການຟ້ອນລໍາວົງຢ້ອນຍຸກ ແລະ ວາງສະແດງສີນຄ້າທົ່ວໄປມອບໃຫ້ຄະນະ ຮັບຜິດຊອບຂັ້ນເມືອງຄົ້ນຄ້ວາໃຫ້ລະອຽດຖືກຕ້ອງ ແລະ ເຫມາະສົມກ່ອນຈະມາຈັດຕັ້ງປະຕິບັດຕົວຈີງ.


5 ສໍາລັບການກໍານົດຈຸດສ້າງຕັ້ງຕູບເຟືອງ, ຈຸດວາງສະແດງສີນຄ້າກະສິກໍາ, ຫັດຖະກໍາ ແລະ ຈຸດອື່ນໆ ໃຫ້ ປະສານສົມທົບກັບຄະນະກໍາມະການຂະບວນການ, ສະຖານທີ່ ແລະ ປະດັບປະດາ ຢູ່ສະຖານທີ່ຈັດງານ ເລີ່ມແຕ່ນີ້ເປັນຕົ້ນໄປ ແລະ ໃຫ້ສໍາເລັດກ່ອນວັນທີ 30/11/2022, ເບີ້ໂທຕິດຕໍ່: ທ່ານ ນາງ ສົມ ຄິດ ຈິດດາວົງ 020 5665 9988, ທ່ານ ອາດ ວິໄລພົນ 020-2295 3003, 020-9295 2888.

ດັ່ງນັ້ນ, ແຈ້ງການມາຍັງບັນດາທ່ານເພື່ອຊາບ ແລະ ພ້ອມກັນເຂົ້າຮ່ວມການຈັດ ງານບຸນເທດສະການ ສາມຫມື່ນຕູບເຟືອງ ປະຈໍາປີ 2022

Leave a Reply

Your email address will not be published. Required fields are marked *