ຄຣິສເຕຍໂນ ໂຣນັລໂດ ກອງໜ້າທີມຊາດໂປຣຕຸເກດ ກາຍເປັນນັກເຕະຄົນທໍາອິດຂອງປະຫວັດສາດທີ່ຍິງປະຕູໃນບານໂລກ ໄດ້ຄົບ 5 ສະໄໝປະກອບດ້ວຍບານໂລກ 2006, 2010, 2014, 2018 ແລະ 2022 ໂດຍປະຕູຫຼ້າສຸດຍິງໄດ້ 1 ປະຕູຈາກຈຸດໂທດຊ່ວຍໃຫ້ ໂປຣຕຸເກດ ບຽດເອົາຊະນະ ການາ 3-2 ໃນບານໂລກ 2022 ນັດທໍາອິດຮອບແບ່ງກຸ່ມໆ H ເມື່ອວັນທີ 24 ພະຈິກ 2022.
ນັບແຕ່ປີ 2006-2018 ໂຣນັລໂດ ຍິງປະຕູໃນໂລກໄດ້ 4 ຄັ້ງມາແລ້ວໂດຍສະຖິຕິທຽບເທົ່າກັບ ລິໂອເນລ ເມສຊີ ກອງໜ້າຂອງ ອາກຊັງຕິນ, ມິໂຣສລາຟ ໂຄລເຊ ຈາກເຢຍລະມັນ, ເປເລ ຈາກບຣາຊິນ ແລະ ອູເວ ຊີເລີ ຈາກເຢຍລະມັນ ແຕ່ປະຕູຫຼ້າສຸດເຮັດໃຫ້ ໂຣນັລໂດ ອາຍຸ 37 ປີກາຍເປັນນັກເຕະໃນປະຫວັດສາດບານໂລກ
ມາຮອດປັດຈຸບັນ ໂຣນັລໂດ ຍິງໄດ້ 8 ປະຕູໃນບານໂລກ 2022 ຄື:
-ບານໂລກ 2006 ຍິງໄດ້ 1 ປະຕູ
-ບານໂລກ 2010 ຍິງໄດ້ 1 ປະຕູ
-ບານໂລກ 2014 ຍິງໄດ້ 1 ປະຕູ
-ບານໂລກ 2018 ຍິງໄດ້ 4 ປະຕູ
-ບານໂລກ 2022 ຍິງໄດ້ 1 ປະຕູແລ້ວຈາກນັດທໍາອິດ