• Tue. Nov 28th, 2023

Lao Sport Update

ຮອບດ້ານວົງການກິລາ

ເສື້ອໃຕ້ ຈຳປາສັກ ທີມຍິງ-ຊາຍ ກວາດແຊ້ມບານເຕະນັກຮຽນລາຍການ Copa Coca-Cola 2022

ທີມບານເຕະນັກຮຽນແຂວງຈໍາປາສັກ ທັງທີມຍິງ ແລະ ທີມຊາຍ ຄວ້າແຊັມການແຂ່ງຂັນກີລາບານເຕະນັກຮຽນທົ່ວປະເທດ ຊິງຂັນທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ Copa Coca-Cola Lao ຄັ້ງທີ V ປະຈຳປີ 2022

-ທີມຍິງ ແຂວງຈໍາປາສັກ ເອົາຊະນະ ມສ ໂຄກສີວິໄລ ໃນຮອບ 4 ທີມສຸດທ້າຍ ກ່ອນຜ່ານເຂົ້າຊີງຊະນະເລີດສາມາດເອົາຊະນະ ແຂວງຫຼວງພະບາງ 2-0 ຄວ້າແຊັມປະເພດທີມຍິງໄປຄອງ

-ທີມຊາຍແຂວງຈໍາປາສັກ ດວນຈຸດໂທດເອົາຊະນະ ມສ ສາລະຄໍາ 4-2 ຫຼັງສະເໝີກັນ 1-1 ໃນຮອບ 4 ທີມສຸດທ້າຍ ກ່ອນຜ່ານການເຂົ້າຮອບຊີງຊະນະເລີດ ກໍສາມາດບຽດເອົາຊະນະ ມສ ຫງວຽນຢູ 1-0 ຄວ້າແຊັມປະເພດທີມຊາຍໄປຄອງ.

-ລາງວັນດີເດັ່ນປະເພດທີມຊາຍ: ລາງວັນຜູ້ຮັກສາປະຕູດີເດັ່ນ ທ້າວ ທິດສາຄອນ ສາລີວົງຮັດ, ລາງວັນດາວຍິງສູງສຸດ ກິຕາ ເຮືອງວິໄລ ຈາກມສ ຫງວຽນຢູ ແລະ ລາງວັນນັກເຕະດີເດັ່ນ ວັນທະສັກ ອິນທິລາດ

-ອັນດັບ 3: ມສ ສາລະຄໍາ ຕົວແທນຈາກນະຄອນຫຼວງວຽງຈັນ

-ລາງວັນດີເດັ່ນທີມຍິງ: ລາງວັນຜູ້ຮັກສາປະຕູດີເດັ່ນ ນາງ ປານິດາ ລາດສະວົງ ຈາກແຂວງຈໍາປາສັກ, ລາງວັນ ດາວຍິງສູງສຸດ ນາງ ເຮມາ ແສງປະເສີດ ຈາກແຂວງຈໍາປາສັກ ແລະ ລາງວັນນັກເຕະດີເດັ່ນ ນາງ ຟ້າ ພົມມາ ຈາກແຂວງຫຼວງພະບາງ.
ຂ່າວ-ຮູບ: Larh Creators

Leave a Reply

Your email address will not be published. Required fields are marked *