• Wed. Jun 7th, 2023

Lao Sport Update

ຮອບດ້ານວົງການກິລາ

ໄຮໂຊສາວລາວ ຈ້າງລົດຂົນນໍ້າມັນເປົ່າ ຢັດຢາບ້າ 4 ລ້ານເມັດ ຂ້າມດ່ານໜອງຄາຍ

ຕອນຊ່ວງທ່ຽງ ວັນທີ 23/11/2022 ດ່ານພາສີໜອງຄາຍ ຮ່ວມກັບຫຼາຍອົງການ ຈັບໄດ້ຂອງກາງຢາບ້າເກືອບ 4 ລ້ານເມັດ, ມີຢາໄອສ 10 ກິໂລກຣາມ ແລະ ຢາອີ 5.000 ເມັດ ລວມມູນຄ່າ 100 ລ້ານກວ່າບາດ ທີ່ຊຸກເຊື່ອງໄວ້ໃນລົດບັນທຸກນ້ຳມັນເປົ່າທີ່ກັບມາແຕ່ສົ່ງນ້ຳມັນຢູ່ ສປປ ລາວ

ຄົນຂັບລົດ ສາລະພາບວ່າໄດ້ຮັບຄ່າຈ້າງ 5 ໝື່ນບາດ ຈາກຍິງສາວລາວທີ່ມີຊື່ສຽງໂດ່ງດັງ.

ພາຍຫຼັງເອົານໍ້າມັນອອກແລ້ວ, ຜູ້ກ່ຽວໄດ້ນັດກັນໄປຮັບເອົາຢາບ້າຢູ່ຂ້າງທາງ, ບໍລິເວນເສັ້ນທາງ 450 ປີ, ຈາກນັ້ນ ຕອນເຊົ້າມື້ນີ້ ໄດ້ເດີນທາງກັບຄືນປະເທດໄທ. ແລະຖືກເຈົ້າໜ້າທີ່ກວດສອບແລະຈັບຕົວ
ຄາດວ່າເຮັດແບບນີ້ຫຼາຍຄັ້ງ ເຈົ້າໜ້າທີ່ກຳລັງເລັ່ງຂະຫຍາຍຜົນຫາຜູ້ຮ່ວມຂະບວນການມາດຳເນີນຄະດີຕາມກົດໝາຍ.

ຈາກ: ສະເກັດຂ່າວHotNews

Leave a Reply

Your email address will not be published. Required fields are marked *