ດັ່ງທີ່ຮູ້ ສະຫະພັນບານເຕະແຫ່ງຊາດລາວ ແມ່ນໃຫ້ສິດພຽງທີມຈາກລາວລີກ 1 ຈໍານວນ 7 ທີມເຂົ້າຮ່ວມການແຂ່ງຂັນບານເຕະ LFF LAO FORD CUP 2022 ເນື່ອງຈາກທີມຈາກລີກ 2 ຂອງແຕ່ລະແຂວງຍັງບໍ່ມີຄວາມພ້ອມເທື່ອ ແຕ່ຫຼ້າສຸດໄດ້ຂ່າວດີປີໜ້າ ທີມຈາກລາວລີກ 2 ສາມາດມາແຂ່ງຂັນໄດ້ແລ້ວ ເຮັດຈະເຮັດໃຫ້ລາຍການນີ້ມີທີມເຂົ້າຮ່ວມແຂ່ງຂັນຫຼາຍກວ່າ 20 ທີມ.
ຫຼ້າສຸດ ກອງປະຊຸມພັດທະນາກີລາບານເຕະ ທົ່ວປະເທດ ປະຈໍາປີ 2022 ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 4 ກັນຍາ 2022 ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ ທ່ານ ວີເພັດ ສີຫາຈັກຣ໌ ປະທານສະຫະພັນບານເຕະແຫ່ງຊາດລາວ ປະກາດຂ່າວດີວ່າ: ສໍາລັບທີມຊະນະເລີດຈາກລາວລີກ 2 ແມ່ນຈະໄດ້ສິດເຂົ້າຮ່ວມການແຂ່ງຂັນບານເຕະຊີງຂັນ ສຕລ ລາວຟອດ ຄັບ 2023 ( LFF LAO FORD CUP 2023 ), ແຕ່ແຂວງໃດທີ່ມີທີມເຂົ້າຮ່ວມ ເປບຊີ ລາວລີກ 1 ແມ່ນຈະເອົາທີມ ໃນລາວລີກ 1 ເຂົ້າຮ່ວມໃນການແຂ່ງຂັນບານເຕະ ເປັນຕົ້ນແມ່ນ ວຽງຈັນ ເອັຟຊີ, ຈໍາປາສັກ ເອັຟຊີ ແລະ ຫຼວງພະບາງ ເອັຟຊີ. ຄາດວ່າຈະມີທີມເຂົ້າຮ່ວມຫຼາຍກວ່າ 20 ທີມ.
ບົດສະຫຼຸບ ການແຂ່ງຂັນ LAO FORD CUP 2022 ທີ່ຜ່ານມາເບິ່ງຄລິບລຸ່ມນີ້:
ຂ່າວຈາກ: Larh Creators ແລະ ຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ