• Sun. Dec 10th, 2023

Lao Sport Update

ຮອບດ້ານວົງການກິລາ

ສຸທາດາ ເງືອກນ້ອຍ 14 ປີອາຍຸນ້ອຍສຸດໃນປະຫວັດສາດກວາດ 3 ຫຼຽນຄໍາລອຍນໍ້າ ຊຽງຂວາງ ເກມ

ນາງ ສຸທາດາ ດາວີໂອ ເງືອກນ້ອຍອາຍຸພຽງ 14 ປີກາຍເປັນນັກກີລາຍິງອາຍຸນ້ອຍທີ່ສຸດທີ່ສາມາດກວາດ 3 ຫຼຽນຄຳ ແລະ 1 ຫຼຽນທອງ ໃຫ້ເຈົ້າພາບແຂວງຊຽງຂວາງ ໃນການແຂ່ງຂັນລອຍນໍ້າ ງານກີລາແຫ່ງຊາດຄັ້ງທີ 11 ຫຼື ຊຽງຂວາງ ເກມ.

ນາງ ສຸທາດາ ດາວີໂອ ຄວ້າ 3 ຫຼຽນຄໍາຈາກປະເພດລອຍນ້ຳທຳມະດາ 50 ແມັດຍິງ, ລອຍແມງກະເບື້ອ 50 ແມັດຍິງ, ລອຍທີມທຳມະດາປະສົມ 4×100 ແມັດ ຍິງ-ຊາຍ ແລະ ອີກ 1 ຫຼຽນທອງຈາກລອຍດ່ຽວປະສົມ 4×50 ແມັດຍິງ.

ສໍາລັບ ສຸທາດາ ມີພໍ່ເປັນຊາວການາດາ ແລະ ແມ່ເປັນຊາວລາວ ໂດຍ ສຸທາດາ ເຄີຍມີປະສົບການກັບທີມຊາດລາວ ເຂົ້າຮ່ວມຊີເກມ ທີ່ຫວຽດນາມ ແລະ ມີເປົ້າໝາຍຊ້ອມຢ່າງໜັກ ເພື່ອເຂົ້າຮ່ວມຊີເກມ 2023 ທີ່ປະເທດກໍາປູເຈຍ.

ສໍາເລັດລົງຢ່າງຈົບງາມ ສໍາລັບການແຂ່ງຂັນກີລາລອຍນໍ້າ ຊຽງຂວາງ ເກມ ເປັນກີລາທຳອິດທີ່ສຳເລັດການແຂ່ງຂັນກ່ອນກີລາປະເພດອື່ນໆດຳເນີນ 4 ວັນ ລະຫວ່າງ ວັນທີ 19-22 ພະຈິກ 2022 ທີ່ສະລອຍນໍ້າແຫ່ງຊາດ ເຂດສະໜາມກີລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ໂດຍເຈົ້າພາບ ແຂວງຊຽງຂວາງ ສ້າງປະຫວັດສາດຄອງເຂົ້າຫຼຽນຄໍາ ຫຼັງກວາດ 8 ຫຼຽນຄໍາ, 1 ຫຼຽນເງິນ ແລະ 6 ຫຼຽນທອງ.

Leave a Reply

Your email address will not be published. Required fields are marked *