• Wed. May 31st, 2023

Lao Sport Update

ຮອບດ້ານວົງການກິລາ

ໄຄ່ແຜ່ນບ້ານບົມ ແລະ ບ້ານລີ່ ເມືອງນ້ຳບາກ ແຂວງຫຼວງພະບາງ ໄດ້ຮັບກາໝາຍສິນຄ້າ ໂອດ໊ອບ

ວັນທີ 18 ພະຈິກ 2022 ຢູ່ໂຮງງານຜະລິດໄຄ່ແຜ່ນບ້ານລີ່, ເມືອງນ້ຳບາກ, ແຂວງຫຼວງພະບາງ ໄດ້ຈັດພິທີເປີດປ້າຍກາໝາຍສິນຄ້າ ໂອດອ໋ບແຫ່ງຊາດ ເປັນກຽດເຂົ້າຮວ່ມຂອງທ່ານ ບຸນທັນ ຈັນທະສັກ ຮອງເຈົ້າເມືອງນ້ຳບາກ, ທ່ານ ຄຳຕັນ ສົມພັນວິໄລ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຫຼວງພະບາງ, ມີຕາງໜ້າໂຄງການຜູ້ໃຫ້ທືນ, ອຳນວຍການໂຮງງານ, ຄະນະກຳມະການຄັດເລືອກສິນຄ້າໂອດ໋ອບແຫ່ງຊາດຂັ້ນແຂວງ, ເມືອງ ແລະ ອົງການປົກຄອງບ້ານ, ແຂກຖືກເຊີນ ພ້ອມດວ້ຍສະມາຊິກກຸ່ມຜະລິດໄຄແຜ່ນ 2 ບ້ານເຂົ້າຮວ່ມ.


ກຸ່ມຜະລິດໄຄແຜ່ນ ບ້ານບົມ, ບ້ານລີ່ ເມືອງນ້ຳບາກ ເປັນກຸ່ມຜະລິດຕະພັນໜື່ງທາງດ້ານກະສິກຳ ທີ່ລືຊື່ ຈົນກາຍເປັນສິນຄ້າ ທີ່ມີຊື່ສຽງ ແລະ ເອກະລັກສະເພາະຂອງຊາວເມືອງນ້ຳບາກ ສົ່ງອອກໄປຂາຍຕ່າງເມືອງ, ຕ່າງແຂວງ ສາມາດສ້າງລາຍຮັບໃຫ້ປະຊາຊົນ. ເພື່ອເປັນການຊຸກຍູ້, ສົ່ງເສີມ ແລະ ອານຸລັກ ໄຄແຜ່ນບ້ານບົມ, ບ້ານລີ່ ໃຫ້ມີຄວາມຍິນຍົງ.

ໃນປີ 2016 ແມ່ນໄດ້ຮັບທືນຊວ່ຍເຫຼືອ ຈາກໂຄງການຂອງປະເທດເກົາຫຼີ ເພື່ອມາປຸກສ້າງສູນຜະລິດ, ສະໜອງເຄື່ອງຈັກທີ່ທັນສະໄໝຜະລິດໄຄແຜ່ນ, ອຸປະກອນຂ້າເຊື້ອແບັກທີ່ເລຍ, ແລະ ອຸປະກອນປະກອບເຂົ້າການຜະລິດຕ່າງໆ ມູນຄ່າ 62.022 ໂດລາ ເຮັດໃຫ້ກຸ່ມຜະລິດ ສາມາດສົ່ງອອກຜະລິດຕະພັນໄຄແຜ່ນຫຼາຍຂື້ນ ປະມານ 14.000 ຖົງຕໍ່ປີ. ເພື່ອເປັນການຕໍ່ຍອດສິນຄ້າພາຍໃນໃຫ້ເປັນທີ່ຍອມຮັບຂອງສັງຄົມ ທາງອົງການປົກຄອງເມືອງ ແລະ ຫ້ອງການທີ່ກຽ່ວຂອງ ໄດ້ນຳໄຄແຜ່ນໄປວິໄຈ ເພື່ອເປັນການຢັ້ງຢືນຄຸນນະພາບຂອງສິນຄ້າ ເຊີ່ງມີຄວາມປອດໄພ, ໄຄແຜ່ນມີຄຸນຄ່າທາງໂພສະນາການ ແລະ ໄດ້ຮັບຮອງຈາກກົມອາຫານ ແລະ ຍາ ກະຊວງສາທາລະນະສຸກ ສາມາດຮັບຮອງເປັນສິນຄ້າຫນື່ງເມືອງ, ໜື່ງຜະລິດຕະພັນແຫ່ງຊາດ.

ໃຫ້ກຽດມອບໃບຢັ້ງຢືນກາໝາຍສິນຄ້າ ໂດຍແມ່ນທ່ານ ຄຳຕັນ ສົມພັນວິໄລ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ທ່ານ ບຸນທັນ ຈັນທະສັກ ຮອງເຈົ້ງເມືອງນ້ຳບາກ ຂື້ນຮັບໂດຍແມ່ນຫົວໜ້າກຸ່ມຜະລິດທັງ2ບ້ານ. ປັດຈຸບັນທົ່ວເມືອງນ້ຳບາກ ມີ 15 ບ້ານ ຢູ່ຕາມສາຍນ້ຳງາ ແລະະ ນ້ຳບາກ ແຕ່ຈັດຕັ້ງເປັນກຸ່ມຜະລິດ ມີ 2 ບ້ານ ຄື ບ້ານບົມ ແລະ ບ້ານລີ່.

Leave a Reply

Your email address will not be published. Required fields are marked *