• Sat. Jun 3rd, 2023

Lao Sport Update

ຮອບດ້ານວົງການກິລາ

ຊາອຸດິ ລົ້ມຍັກໃຫຍ່ແຊ້ມອາເມຣິກາໃຕ້ກາຍເປັນທີມທໍາອິດຈາກອາຊີ ຊະນະ ອາເຈນຕິນາ ໃນບານໂລກ

ທີມຊາດຊາອຸດິ ອາຣະເດຍ ທີມອັນດັບ 51 ຂອງໂລກ ( ທີມອັນດັບ 6 ຂອງທະວີບອາຊີ ) ສ້າງປະຫວັດສາດເອົາຊະນະ ອາເຈນຕິນາ ທີມອັນດັບ 3 ຂອງໂລກ ( ອັນດັບ 2 ຂອງທະວີບອາເມຣິກາໃຕ້ ) 2-1 ໃນບານໂລກ 2022 ຮອບສຸດທ້າຍ ເມື່ອວັນທີ 22 ພະຈິກ 2022 ແລະ ກາຍເປັນທີມທໍາອິດໃນອາຊີ ທີ່ສາມາດເອົາຊະນະ ອາເຈນຕິນາ ໃນປະຫວັດສາດບານໂລກ ຮອບສຸດທ້າຍໄດ້ອີກດ້ວຍ. (ເບິ່ງໄຮໄລທ໌ລຸ່ມນີ້)

ນັດດັ່ງກ່າວ ອາເຈນຕິນາ ຄອງເກມເໜືອກວ່າ ມີໂອກາດສົ່ງບານເອົາປະຕູເຖິງ 4 ຄັ້ງໃນເຄິ່ງເວລາທໍາອິດ ແຕ່ໄດ້ປະຕູພຽງ 1 ປະຕູ ເນື່ອງຈາກພົບດີເດັດລໍ້າໜ້າຂອງ ຊາອຸດິ ອາຣະເດຍ, ແຕ່ເລີ່ມເຄິ່ງເວລາທີ 2 ຊາອຸດິ ອາຣະເດຍ ສ້າງເຊີໄພຍິງ 2 ປະຕູລວດແຊງເອົາຊະນະ ອາເຈນຕິນາ 2-1.

ເຮັດໃຫ້ ຊາອຸດິ ອາຣະເດຍ ມີ 3 ຄະແນນຢຶດທີມນໍາກຸ່ມ C ໂດຍມີ ແມັກຊິໂກ, ໂປແລນ ແລະ ອາເຈນຕິນາ ຍັງບໍ່ມີຈັກຄະແນນ ໂດຍຄູ່ຕໍ່ໄປກຸ່ມນີ້ແຂ່ງຂັນເວລາ 23:00 ໂມງຕາມຮູບ

Leave a Reply

Your email address will not be published. Required fields are marked *