ຕອນບ່າຍວັນທີ 22 ພະຈິກ 2022 ທີ່ສໍານັກນາຍົກລັດຖະມົນຕີ, ທ່ານນາງ ທິບພະກອນຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ໄດ້ຖະແຫລງຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງກອງປະຊຸມລັດຖະບານປະຈໍາເດືອນ ພະຈິກ 2022 ເຊິ່ງກອງປະຊຸມໄດ້ພິຈາລະນາ, ເຫັນດີ ຕົກລົງ ແລະມີທິດຊີ້ນໍາວຽກງານ 14 ວາລະສໍາຄັນຂອງຊາດ.
ທ່ານນາງ ທິບພະກອນຈັນທະວົງສາ ກ່າວວ່າ:ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພະຈິກ 2022 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 21ແລະ ອັດລົງໃນຕອນທ່ຽງຂອງວັນທີ 22ພະຈິກ 2022 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະຜູ້ຕາງໜ້າບັນດາກະຊວງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້ໄດ້ປຶກສາຫາລື, ຄົົ້ນຄວ້າ, ຕົກລົງແລະມີທິດຊີ້ນຳຕໍ່ວາລະທີ່ສໍາຄັນຕ່າງໆ 14 ວາລະດັ່ງນີ້:ວາລະທີ 1: ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງບົດສະຫຼຸບການຈັດຕັ້ງປະຕິບັດ ວຽກງານພົ້ນເດັ່ນຂອງລັດຖະບານ ໃນເດືອນພະຈິກ ແລະ ທິດທາງແຜນການ ຈັດຕັ້ງປະຕິບັດວຽກງານຈຸດສຸມ ສຳລັບເດືອນທັນວາ 2022 ເຊັ່ນ: ວຽກງານໃນຂົງເຂດເສດຖະກິດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ການສະຫຼຸບຕີລາຄາ ວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນໄລຍະ 6 ເດືອນຜ່ານມາ. ກອງປະຊຸມ ໄດ້ຊີ້ນໍາໃຫ້ບັນດາກະຊວງ-ຂະແໜງການ ຖືມາດຕະການ ໃນການແກ້ໄຂຂໍ້ຄົງຄ້າງ, ບັນຫາທີ່ສັງຄົມ ໃຫ້ຄວາມສົນໃຈ ເປັນວຽກບູລິມະສິດເຄັ່ງຮ້ອນ, ພ້ອມກັນນີ້ ຕ້ອງເພີ່ມທະວີຄວາມຮັບຜິດຊອບ ຄວາມເປັນເຈົ້າການ ຂອງສະມາຊິກລັດຖະບານ ໃນການປະຕິບັດໜ້າທີ່ ຕາມຂອບເຂດສິດ, ພາລະບົດບາດ ຂອງຂະແໜງການຕົນ ໃຫ້ສູງຂຶ້ນກວ່າເກົ່າ; ສືບຕໍ່ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມ ວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ 5 ໃຫ້ເຂົ້າສູ່ຂົງເຂດວຽກງານຂະແໜງການຕົນ ຢ່າງເປັນຮູບປະທໍາຕົວຈິງ; ສືບຕໍ່ຮັບປະກັນໄດ້ຄວາມໝັ້ນຄົງ ແລະ ຄວາມສະຫງົບປອດໄພຮອບດ້ານ ໃນທົ່ວສັງຄົມ; ມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງບົດສະຫຼຸບ ຕາມຄຳເຫັນ ຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນກະທັດຮັດ, ຈະແຈ້ງ ແລະ ຄົບຖ້ວນ ເພື່ອນຳໄປຈັດຕັ້ງປະຕິບັດ ຢ່າງມີປະສິດພາບ, ປະສິດທິຜົນ, ສຳເລັດຕາມຄາດໝາຍ ທີ່ໄດ້ກໍານົດໄວ້.
ວາລະທີ2 ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ຮ່າງດຳລັດວ່າດ້ວຍການກຳນົດຂະໜາດຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (ສະບັບປັບປຸງ) ແລະ ຮ່າງດຳລັດ ວ່າດ້ວຍກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (ສະບັບປັບປຸງ). ກອງປະຊຸມ ໄດ້ຊີ້ນໍາໃຫ້ ກະຊວງອຸດສາຫະກໍາ ແລະ ການຄ້າ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ປັບປຸງ ແລະ ຮຽບຮຽງ ຮ່າງດໍາລັດທັງສອງສະບັບດັ່ງກ່າວ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ໂດຍສະເພາະທາງດ້ານຄຳສັບ ແລະ ເນື້ອໃນ ໃຫ້ຄົບຖ້ວນ, ຊັດເຈນ ແລະ ສອດຄ່ອງກັບກົດໝາຍກ່ຽວຂ້ອງ ແນໃສ່ໃຫ້ການຈັດຕັ້ງປະຕິບັດຕົວຈິງ ມີຄວາມສະດວກ ແລະ ມີປະສິດທິຜົນ, ພາຍຫຼັງສຳເລັດແລ້ວ ນຳສະເໜີທ່ານ ນາຍົກລັດຖະມົນຕີ ພິຈາລະນາລົງລາຍເຊັນ ປະກາດໃຊ້.
ວາລະທີ3 ກອງປະຊຸມ ໄດ້ພິຈາລະນາ ຮ່າງດໍາລັດວ່າດ້ວຍການແຕ່ງກາຍ ແລະ ໄດ້ຊີ້ນໍາ ໃຫ້ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ນຳໄປສືບຕໍ່ຄົ້ນຄວ້າ ປັບປຸງ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເຊິ່ງອາດເຮັດເປັນຄຳແນະນຳ ກ່ຽວກັບມາລະຍາດໃນການແຕ່ງກາຍ ເນື່ອງຈາກວ່າ ການແຕ່ງກາຍ, ການນຸ່ງຖື ແມ່ນພົວພັນ ເຖິງວັດທະນະທຳ, ຮີດຄອງປະເພນີ, ແບບແຜນດຳລົງຊີວິດ ກໍຄືຕິດພັນກັບທຸກຊັ້ນຄົນໃນທົ່ວສັງຄົມ; ລັດຖະບານຍາມໃດ ກໍຊຸກຍູ້ສົ່ງເສີມໃຫ້ພົນລະເມືອງລາວທຸກຄົນ ຮ່ວມກັນປົກປັກຮັກສາເອກະລັກ ຮີດຄອງປະເພນີອັນດີງາມຂອງຊາດ, ຂອງບັນດາເຜົ່າ ເຮັດໃຫ້ການນຸ່ງຖືແຕ່ງກາຍ ເປັນຄ່ານິຍົມ ແລະ ກາຍເປັນສິ່ງເອກອ້າງທະນົງໃຈ ຂອງຊາດລາວເຮົາ.
ວາລະທີ4 ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ຮ່າງດຳລັດວ່າດ້ວຍເລກປະຈຳຕົວ ຂອງຜູ້ເສຍອາກອນ. ພ້ອມກັນນີ້ ໄດ້ຊີ້ນໍາກະຊວງການເງິນ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ນຳໄປປັບປຸງຄືນ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເພື່ອສາມາດຄຸ້ມຄອງ ແລະ ເກັບກໍາໄດ້ບັນດາບັນຊີ ຈໍານວນບຸກຄົນ, ນິຕິບຸກຄົນ ທີ່ໄດ້ດໍາເນີນທຸລະກິດ, ທັງສາມາດຕິດຕາມ, ກວດກາການດຳເນີນທຸລະກິດ, ການເສຍພັນທະ-ອາກອນ ເຂົ້າງົບປະມານລັດ ໃຫ້ມີຄວາມໂປ່ງໄສ, ມີປະສິດທິພາບ ແລະ ປະສິດທິຜົນ. ສິ່ງສໍາຄັນ ແມ່ນໃຫ້ສາມາດເຊື່ອມໂຍງຂໍ້ມູນ ກັບລະບົບຕ່າງໆຂອງຂະແໜງການກ່ຽວຂ້ອງ ແລະ ລະບົບ ID ໃໝ່ ທີ່ຈະພັດທະນາໃນຕໍ່ໜ້າ.
ວາລະທີ5 ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ຮ່າງຍຸດທະສາດວຽກງານຄຸ້ມຄອງລັດຖະກອນ ແຫ່ງ ສປປ ລາວ ຮອດປີ 2030 ແລະ ໄດ້ຊີ້ນໍາໃຫ້ກະຊວງພາຍໃນສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ນຳໄປປັບປຸງ ແລະ ຮຽບຮຽງ ຮ່າງຍຸດທະສາດດັ່ງກ່າວ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ຊື່ຂອງຍຸດທະສາດ, ຈຸດປະສົງ ແລະ ໂຄງສ້າງ, ການກຳນົດຄາດໝາຍສູ້ຊົນ, ການກໍານົດຕໍາແໜ່ງງານ ແລະ ກົງຈັກການຈັດຕັ້ງ, ວິທີການຄັດເລືອກ-ເລືອກເຟັ້ນລັດຖະກອນ, ການສ້າງເງື່ອນໄຂ ແລະ ສົ່ງເສີມ ຄົນດີ-ຄົນເກັ່ງ ເຂົ້າເປັນລັດຖະກອນ, ການກຳນົດນະໂຍບາຍຕໍ່ລັດຖະກອນ, ໄລຍະເວລາຂອງຍຸດທະສາດ ໃຫ້ຕິດພັນກັບໄລຍະເວລາ ແລະ ເນື້ອໃນຂອງແຜນພັດທະນາ ແລະ ວິໄສທັດ, ສິ່ງສໍາຄັນ ຍຸດທະສາດຕ້ອງກົມກຽວສອດຄ່ອງ ກັບແຜນພັດທະນາຊັບພະຍາກອນມະນຸດ ແລະ ວຽກງານຈັດຕັ້ງ, ການຄຸ້ມຄອງ ແລະ ພັດທະນາລັດຖະກອນ ໃຫ້ມີລັກສະນະບຸກທະລຸ ເນັ້ນດ້ານຄຸນນະພາບ ເປັນສໍາຄັນ, ທັງໃຫ້ສອດຄ່ອງກັບສະພາບຕົວຈິງ.
ວາລະທີ6 ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ບົດລາຍງານແຫ່ງຊາດ ປະຈຳໄລຍະທີ 10 ໃນການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍການລຶບລ້າງທຸກຮູບແບບ ການຈຳແນກຕໍ່ແມ່ຍິງ (ຊີດໍ) ຢູ່ ສປປ ລາວ. ກອງປະຊຸມໄດ້ຊີ້ນໍາ ໃຫ້ຄະນະກຳມາທິິການ ເພື່ອຄວາມກ້າວໜ້າ ແມ່ຍິງ, ແມ່ ແລະ ເດັກ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ນຳໄປປັບປຸງ ແລະ ຮຽບຮຽງ ຮ່າງບົດລາຍງານດັ່ງກ່າວ ໃຫ້ມີຄວາມລະອຽດ, ຈະແຈ້ງ ແລະ ຄົບຖ້ວນສົມບູນຂຶ້ນຕື່ມ ໂດຍສົມທົບກັບຂໍ້ມູນການປະຕິບັດແຜນງານຕ່າງໆ ທີ່ກ່ຽວຂ້ອງຂອງຂະແໜງການ ແລະ ທ້ອງຖິ່ນ.