• Thu. Sep 21st, 2023

Lao Sport Update

ຮອບດ້ານວົງການກິລາ

ມາແລ້ວ ເຄພີ ກໍ່ສ້າງ ມອບເງິນ 100 ລ້ານກີບ ຊຸກຍູ້ທັບນັກກິລາ ນະຄອນຫຼວງ ລຸຍຊຽງຂວາງ ເກມ

ກ່ອນໜ້ານີ ເປັນຂ່າວທີ່ຮືຮາ ເມື່ອພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ອອກໜັງສືແຈ້ງການ ເລກທີ 2822/ສກ.ນວ ລົງວັນທີ 9 ພະຈິກ 2022 ເພື່ອລະດົມທຶນຜູ້ລະໜ້ອຍຊ່ວຍຊຸກຍູ້ ທັບນັກກິລາ ນະຄອນຫຼວງວຽງຈັນ ( ນວ ) ລຸຍງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ຫຼື ຊຽງຂວາງ ເກມສ໌ ໂດຍລະດົມການຊຸກຍູ້ຈາກ ພະນັກງານ-ຄູອາຈານ ພາຍໃນຂະແຫນງສຶກສາ ແລະ ກິລາ 10.000 ກີບ/ຄົນ, ລະດົມການຊຸກຍູ້ຈາກ ຜູ້ປົກຄອງນັກຮຽນທັງ ພາກລັດ ແລະ ພາກເອກະຊົນ ຕາມຄວາມສະຫມັກໃຈ ລະດົມການຊຸກຍູ້ຈາກ ຜູ້ປະກອບການໂຮງຮຽນພາກເອກະຊົນ; ຜູ້ປະກອບການຫົວຫນ່ວຍທຸລະກິດກິລາ ພາຍໃນນະຄອນ ຫຼວງວຽງຈັນ ຕາມຄວາມສະຫມັກໃຈ

ຫຼ້າສຸດໃນວັນ 21 ພະຈິກ ທີ່ຫ້ອງວ່າການປົກຄອງ ນະຄອນຫຼວງວຽງຈັນ ທ່ານ Jin Xiao Ying ຜູ້ອຳນວຍການບໍລິສັດ ເຄພີ ກໍ່ສ້າງ ພ້ອມດ້ວຍຄະນະ ໄດ້ນຳເອົາມອບເງິນ ຈຳນວນ 100 ລ້ານກີບ ຊຸກຍູ້ນໍ້າໃຈໃຫ້ທັບນັກກິລາ ນະຄອນຫຼວງວຽງຈັນ ໄລ່ລ່າທວງເຈົ້າຫຼຽນຄຳ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ຕາງໜ້າກ່າວຮັບໂດຍທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ມີທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າພະແນກ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

Leave a Reply

Your email address will not be published. Required fields are marked *