• Thu. Jun 1st, 2023

Lao Sport Update

ຮອບດ້ານວົງການກິລາ

ດອກກາງນາ ສາມາດປົວຂີ້ກາກໄດ້ ແຖວນາໃຜມີແນ່

ຫຍ້າຂີ້ກາກ ຫຼື ຫຼາຍຄົນມັກເອີ້ນຕາມທີ່ເຫັນວ່າ ຕົ້ນກາງນາ ເພາະເກີດກາງນາ ເປັນພືດລົ້ມລຸກທີ່ມີອາຍຸປີດຽວ, ມີລໍາຕົ້ນສັ້ນໆ, ຢູ່ໃຕ້ດິນ, ສູງ 30 ຊັງຕິແມັດ. ໃບແຕກຈາກລໍາຕົ້ນເປັນກໍ່ເທິງດິນ, ໃບເປັນໃບດ່ຽວບໍ່ມີກ້ານ, ແຜ່ນໃບມີລັກສະນະເປັນແຖບຍາວປາຍຮຽວແຫຼມ, ແຜ່ນໃບແປ ຫຼື ມີຮູບຮ່າງຕາມລວງຍາວ, ໃບກວ້າງ 1 ຊັງຕິແມັດ ແລະ ຍາວ 50 ຊັງຕີແມັດ.

.


ດອກອອກເປັນຊໍ່ແບບດອກຍ່ອຍອອກຕິດໆກັນ, ຢູ່ປາຍກ້ານຊໍ່ດອກຄືເປັນດອກດ່ຽວເປັນຮູບຊົງກະບອກ, ກ້ານຊໍ່ດອກຍາວຊູດອກຢູ່ເທິງກຸ່ມໃບ, ດອກຍ່ອຍແຕ່ລະດອກມີໃບປະດັບສີນໍ້າຕານຮອງຮັບ, ກາບດອກມີ 3 ກາບ, ເປັນເຍື່ອບາງຂະໜາດບໍ່ເທົ່າກັນ, ກາບໜຶ່ງໃຫຍ່ມີລັກສະນະເປັນຈະງອຍ ອີກສອງກີບນ້ອຍ, ກີບດອກເປັນສີເຫຼືອງສົດມີ 3 ກີບ.

.


ໝາກເປັນໝາກດ່ຽວແບບແຫ້ງແກ່ແລ້ວແຕກ, ພາຍໃນໝາກມີແກ່ນຂະໜາດນ້ອຍ.
ບັນຍາຍການນຳໃຊ້ ປະໂຫຍດ ແລະ ສັບພະຄຸນ ໃຊ້ພາຍນອກຮັກສາຂີ້ກາກ.

.


ຂໍ້ມູນ: ພາເຂົ້າລາວ/ພາບ: Teng

Leave a Reply

Your email address will not be published. Required fields are marked *