ເປັນໄປຕາມຄາດທີມຊັ້ນນໍາຂອງອາຊີຢ່າງ ທີມຊາດອີຣານ ທີມອັນດັບ 20 ຂອງໂລກ ( ອັນດັບ 1 ຂອງທະວີບອາຊີ ) ບໍ່ສາມາດສູ້ກັບ ທີມຊາດອັງກິດ ທີມຊັ້ນນໍາຂອງເອີຣົບ ທີມອັນດັບ 5 ຂອງໂລກ ( ອັນດັບ 3 ຂອງເອີຣົບ ) ກ່ອນເສຍໄປຂາດລອຍ 2-6 ໃນການແຂ່ງຂັນບານໂລກ 2022 ຮອບແບ່ງກຸ່ມ. ( ໄຮໄລທ໌ລຸ່ມນີ້)
ນັດທໍາອິດຂອງກຸ່ມ B ທີມຊາດອັງກິດ ລົງສະໜາມພົບກັບ ອີຣານ ໃນເວລາ 20:00 ໂມງຂອງວັນທີ 21 ພະຈິກ 2022 ປາກົດວ່າ: ອັງກິດ ເອົາຊະນະໄປຂາດລອຍ 6-2 ໂດຍນັກເຕະທີ່ຍິງປະຕູໄດ້ເບິ່ງຕາມຮູບ.
ຈາກຜົນດັ່ງກ່າວ ເຮັດໃຫ້ ອັງກິດ ເກັບ 3 ຄະແນນທໍາອິດຢຶດທີມນໍາກຸ່ມ, ສ່ວນ ອີຣານ ຍັງບໍ່ມີຈັກຄະແນນ, ສ່ວນຕາຕະລາງຄູ່ຕໍ່ໄປ ເບິ່ງທີ່ຮູບລຸ່ມນີ້