ນ້າເນັກ ພິທີກອນດັງຈາກເມືອງໄທ ຜູ້ສ້າງຮອຍຍີ້ມ ແລະສຽງຫົວທຸກຄັ້ງທີ່ໄດ້ເຫັນ ເພິ່ນເດີນທາງມາລາວ ໃນນັ້ນກໍ່ໄດ້ໄປຫຼາຍບ່ອນ
ນ້າເນັກມາຮອດລາວ ຈຸດທຳອິດທີ່ໄປຄືເລາະຕະຫຼາດສວນເຈົ້າອະນຸວົງ ເພິ່ນວ່າທີ່ນີ້ບັນຍາກາດດີໆ ຄ້າຍໆງານວັດ….ອ້າວວ່າໄປ ຍ້ອນມັນມີສະໄລດອກໄລເດີ້ນັ້ນລະນໍ
ນອກຈາກໄປແຄມຂອງແລ້ວນ້າເນັກຍັງໄດ້ເຂົ້າຮ່ວມງານມໍເຕີເອັກໂປປີ 2022 ເພື່ອຮ່ວມສ້າງບັນຍາກາດ ແລະທ່ຽວຊົມບຸຂາຍລົດ ແລະຖ່າຍລາຍການຂອງເພິ່ນລົມກັບບັນດາສາວພິດຕີ້ດ້ວຍຄວາມເປັນກັນເອງ.
ນ້າເນັກບອກວ່າ ນີ້ເປັນຄັ້ງທຳອິດທີ່ອອກມາຖ່າຍລາຍການຢູ່ຕ່າງປະເທດ
ເຫັນເພິ່ນຢູ່ໃສພາເພິ່ນໄປກິນເຂົ້າກິນນ້ຳນຳແດ່ ເພື່ອເຫັນພິທີກອນຝີປາກກ້າຢ່າງນ້າເນັກເຫັນໄດ້ນ້ຳໃຈຮັກແຂກແພງຄົນຂອງປະຊາຊົນຊາວລາວທີ່ເຮົາມີຕະຫຼອດມາ
ສ່ວນເພິ່ນຈະໄປທ່ຽວໃສ່ແດ່ບໍໄດ້ລະບູໄວ້ ແຕ່ທີ່ຂາດບໍໄດ້ແມ່ນໄດ້ພົບກັບນູ່ນູ້ກັບບ່າວອັອຟ ຄູ່ສ້າງຄູ່ສົມທີ່ໄດ້ກັນຍ້ອນລາຍການເທັກມີເອົ້າທີ່ເປັນພິທີກອນໂດຍນ້າເນັກເອງ.