ກາຍເປັນສະຖິຕິໄປເລີຍສໍາລັບ ທີມຊາດກາຕ້າ ເຈົ້າພາບ ຫຼັງລົງສະໜາມເປີດສາກບານໂລກ 2022 ຮອບສຸດທ້າຍເສຍໃຫ້່ກັບ ເອກວາດໍ 0-2 ເມື່ອວັນທີ 20 ພະຈິກ 2022 ເຮັດໃຫ້ກາຍເປັນທີມທໍາອິດໃນຖານະເຈົ້າພາບທີ່ເສຍໃນນັດເປີດສາກບານໂລກ ນັບແຕ່ມີບານໂລກມາແຕ່ປີ 1934 ແມ່ນເຈົ້າພາບບໍ່ເຄີຍເສຍ ( ເບິ່ງໄຮໄລທ໌ທີ່ຄລິບລຸ່ມນີ້ )
ນອກນັ້ນ, ເວັບໄຊທ໌ລາຍງານອັນດັບໂລກຂອງວົງການບານເຕະຍັງອອກມາເປີດເຜີຍອີກວ່າ ທີມຊາດກາຕ້າ ຫຼັງຈາກທີ່ເສຍໃນນັດດັ່ງກ່າວ ຈະຖືກຫັກຄະແນນສູງເຖິງ 24,21 ຄະແນນຈາກເດີມ 1.447.33 ຄະແນນຫຼຸດລົງ 1.423.12 ຈະເຮັດໃຫ້ອັນດັບໂລກຫຼຸດທ໊ອບ 50 ( 1 ໃນ 50 ອັນດັບທໍາອິດຂອງໂລກ ) ເປັນທີ່ຮຽບຮ້ອຍ ແລະ ຈະຕົກໄປຢູ່ອັນດັບທີ 55 ຂອງໂລກໃນປັດຈຸບັນ.