ການລໍຄອຍ 4 ປີກຽມສິ້ນສຸດແລງມື້ນີ້ກັບການແຂ່ງຂັນບານໂລກ 2022 ຈະເປີດສາກທາງການເວລາ 23:00 ໂມງທີ່ສະໜາມ al bayt stadium ທີ່ປະເທດກາຕ້າ ນັດເປີດສາກ ເຈົ້າພາບ ກາຕ້າ ພົບກັບ ເອກວາດໍ ຂອງວັນທີ 20 ພະຈິກ 2022.
ຫຼ້າສຸດມີຂ່າວດີທີ່ສຸດເມື່ອມີຂ່າວລືວ່າ ເວັບໄຊທ໌ ຟີຟາ ຈະຖ່າຍທອດສົດໃຫ້ເບິ່ງແບບຟຣີໃນຄວາມແຈ້ງສູງ ເຊິ່ງແອັດກໍເຂົ້າໄປເຊັກເບິ່ງແລ້ວປະກົດວ່າ ກໍາລັງນັບຖອຍຫຼັງສູ່ພິທີເປີດອີກ 12 ຊົ່ວ ກໍຖ້າຕິດຕາມເບິ່ງວ່າຈະເປັນຕາມທີ່ໃຈທຸກຄົນແຟນບານຕ້ອງການຫຼືບໍ ( ລາຍລະອຽດ, ລີ້ງຖ່າຍທອດສົດ ແລະ ເບິ່ງວິທີໄດ້ທີ່ຄລິບລຸ່ມນີ້ )
ສໍາລັບ ຕາມເວັບໄຊທ໌ຂອງ ຟີຟາ ລາຍງານວ່າ: ການຖ່າຍທອດສົດຈະເລີ່ມດ້ວຍພິທີເປີດການແຂ່ງຂັນ ກ່ອນເລີ່ມເຂ່ຍບານຢ່າງເປັນທາງການຂອງຄູ່ເປີດສະໜາມລະຫວ່າງ ເຈົ້າພາບ ກາຕ້າ ພົບ ເອກວາດໍ ໂດຍຈະຖ່າຍທອດຕໍ່ຕໍ່ເນື່ອງຈົນໄປເຖິງຄູ່ສຸດທ້າຍໃນຮອບແບ່ງກຸ່ມລະຫວ່າງ ເຊີເບຍ ພົບ ສະວິດເຊີແລນ ໃນວັນທີ 2 ທັນວາ 2022.