ານແຂ່ງຂັນກີລາບານເຕະນັກຮຽນທົ່ວປະເທດ ຊິງຂັນທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ Copa Coca-Cola Lao ຄັ້ງທີ V ປະຈຳປີ 2022 ຮອບຄັດເລືອກ ແຕ່ລະພາກກໍຄື ພາກເໜືອ, ພາກກາງ ແລະ ໃຕ້ ສໍາເລັດໄປເປັປນທີ່ຮຽບຮ້ອຍ ທັງປະເທດທີມຍິງ ແລະ ທີມຊາຍ ໄດ້ມາປະເພດທີ 4 ທີມສຸດທ້າຍ ( ເໜືອ 2, ກາງ 4 ແລະ ໃຕ້ 2 ) ເພື່ອມາແຂ່ງຂັນໃນຮອບສຸດທ້າຍທີ່ສະໜາມລ້ານຊ້າງ ບ້ານໜອງໄຮ ນະຄອນຫຼວງວຽງຈັນ.
-ໂດຍທີມຕົວແທນພາກເໜືອ ທີມຊາຍແມ່ນ ໄຊຍະບູລີ ແລະ ແຊັມທີມຍິງແມ່ນ ຫຼວງພະບາງ
-ຕົວແທນພາກໃຕ້ເປັນທີມບານເຕະນັກຮຽນ: ຈໍາປາສັກ ທັງທີມຍິງ ແລະ ທີມຊາຍ ຄວ້າແຊັມຮອບຄັດເລືອກ ພ້ອມສິດໄປແຂ່ງຂັນໃນຮອບສຸດທ້າຍ
ໂດຍທີມແຊັມຈາກພາກເໜືອ ແລະ ພາກໃຕ້ ຈະເດີນທາງໄປແຂ່ງຂັນລາຍການ Copa Coca-Cola Lao ຄັ້ງທີ V ປະຈຳປີ 2022 ທີ່ຈະຈັດຂຶ້ນໃນທ້າຍເດືອນພະຈິກ 2022 ທີ່ສະໜາມບານເຕະຫຍ້າທຽມ ລ້ານຊ້າງ ສະເຕດ້ຽມ ບານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ໂດຍທີມທີ່ເຂົ້າຮອບ 4 ທີມສຸດທ້າຍປະກອບມີ:
ທີມຊາຍມີ ມສ ສາລາຄໍາ ກັບ ມສ ຫງຽນຢູ ຈາກນະຄອນຫຼວງວຽງຈັນ ຕົວແທນພາກກາງ, ໄຊຍະບູລີ ແລະ ຈໍາປາສັກ
ສ່ວນ ທີມຍິງມີ ມສ ສົມສະຫວາດ ກັບ ມສ ໂຄກສີວິໄລ ຈາກນະຄອນຫຼວງວຽງຈັນ ຕົວແທນພາກກາງ, ຫຼວງພະບາງ ແລະ ຈໍາປາສັກ.