ນິລະເຂົາວ່າສາວລາວທັງງາມທັງເກັ່າກັບ ສາວ ມະໂນລັກ ເທບພະວົງ ຫຼື ນ້ອງ ໜິງ ນອກຈາກຈະເປັນດາວເດັ່ນໃນການຮຽນທີ່ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດແລ້ວ ຍັງເກັງໃນການເຕະບານອີກດ້ວຍ ຫຼ້າສຸດສາມາດພາທີມເຂົ້າຮອບ 4 ທີມໃນລາຍການທີ່ມະຫາວິທະຍາໄລຈັດຂຶ້ນ
ໂດຍ ງານແຂ່ງຂັນກີລານັກສຶກສາທົ່ວມະຫາວິທະຍາໄລແຫ່ງຊາດ ລາຍງານວ່າ: ໂຕເຕັງຂອງທີມບານເຕະຍິງ ຄສບ ມະໂນລັກ ເທບພະວົງ ຫຼື ນ້ອງ ໜິງ ຫົວໜ້າທີມບານເຕະຍິງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ປັດຈຸບັນນີ້ກຳລັງສຶກສາຢູ່ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ພາກບໍລິຫານທຸລະກິດທົ່ວໄປ ປີ3 ສາມາດພາທີມເຂົ້າຮອບ 4 ທີມໃນງານການແຂ່ງຂັນກິລານັກສຶກສາທົ່ວ ມຊ ໃນຄັ້ງທີ12 ຜ່ານມາ.
ຂອບໃຈຮູບຈາກ: ງານແຂ່ງຂັນກີລານັກສຶກສາທົ່ວມະຫາວິທະຍາໄລແຫ່ງຊາດ