ງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ມາຮອດປັດຈຸບັນຄວາມພ້ອມທຸກຢ່າງເມື່ອພ້ອມເກືອບ 100% ແລ້ວກຽມພົບກັນລະຫວ່າງວັນທີ 13-22 ທັນວາ 2022.
ກ່ອນງານດັ່ງກ່າວຈະເລີ່ມຕົ້ນຂຶ້ນ ພວກເຮົາຈະມາເບິ່ງສະໜາມ ແລະ ສະຖານທີ່ແຂ່ງຂັນກີລາ 25 ປະເພດ ໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ທີ່ຫຼ້າສຸດໄດ້ມີການເປີດເຜີຍຢ່າງເປັນທາງການແລ້ວ
ສະໜາມກິລາຂອງເຈົ້າພາບ ທີ່ຮອງຮັບໃຫ້ແກ່ງານກິລາແຫ່ງຊາດ ຄັ້ງທີ 11 ຊຽງຂວາງເກມ ກໍານົດແຂ່ງຂັນຢູ່ 5 ຈຸດຫຼັກໆ ( ລາຍລະອຽດເບິ່ງຕາມຄລິບລຸ່ມນີ້ )
1. ສະໜາມທົ່ງໄຫຫີນ ສະໜາມກິລາໃໝ່ ເປັນສະໜາມຮອງຮັບພິທີເປີດ-ປິດ
2. ສະໜາມໄຊຊະນະ (ສະໜາມບ້ານໂພນມີໄຊ) ຈະແຂ່ງຂັນ 9 ປະເພດກິລາຄື: ເຕະບານຍິງ, ບານສົ່ງ, ດອກປີກໄກ່, ເທັນນິສ, ບານບ້ວງ, ໝາກແລ້, ເທຄວັນໂດ້, ປິ່ງປ່ອງ ແລະ ຍິງທະນູ.
3. ສະໜາມວິທະຍາໄລຄູຄັງໄຂ ຈະແຂ່ງຂັນ 6 ປະເພດກິລາຄື: ກະຕໍ້, ກະຕໍ້ຊິນລ້ອນ, ມວຍປໍ້າ, ມວຍວູຊູ, ປັນຈັກສີລັດ ແລະ ຄາຣາເຕໂດ້.
4. ສະໜາມກິລາໃນຮົ່ມສວນມອນ (ບ້ານໂງຍ) ຈະແຂ່ງຂັນ 3 ປະເພດກິລາຄື: ເປຕັງ, ມວຍສາກົນ ແລະ ມວຍລາວ.
5 ສະໜາມຍິງປືນໂຮງຮຽນນາຍສິບ ປກສ ແຂວງ ແຂ່ງ 1 ປະເພດກິລາຄື: ກິລາຍິງປືນ ບາງລາຍການ, ສ່ວນຫລາຍລາຍການແຂ່ງຢູ່ສະໜາມຍິງປືນ 5 ເມສາ ນະຄອນຫລວງວຽງຈັນ.