• Wed. Jun 7th, 2023

Lao Sport Update

ຮອບດ້ານວົງການກິລາ

ໜຶ່ງໃນຫຼາຍລ້ານຄົນທີ່ຍອມຈົກກະເປົາໂຕເອງເພື່ອຄົນອື່ນ ຊົມເຊີຍ ທ່ານສາຍສະໝອນ

ByAdmin S

Nov 17, 2022

ໃນເມືອງລາວມີຜູ້ລ້ຳລວຍຕັ້ງຫຼາຍຄົນ ແຕ່ຈະມີຈັກກີ່ຄົນທີ່ເຮັດຄືທ່ານຜູ້ນີ້ ສ້າງຕົນໂຕຂຶ້ນຈາກຄູສອນຄົນທຳມະດາແຕ່ຢາກຊ່ວຍໝູ່ຮ່ວມອາຊີບຈິ່ງຕັ້ງກອງທຶນນ້ອຍໆຂຶ້ນມາ ແລະສິ່ງບໍ່ຄາດຝັນກໍ່ເກີດຂຶ້ນກອງທຶນໄດ້ເຕີບໃຫຍ່ຂຶ້ນເລື້ອຍໆ ຈົນຫຼ້າສຸດນີ້ກອງທຶນນ້ອຍຊ່ວຍເຫຼືອເຊິ່ງກັນ ແລະການໃນມື້ນັ້ນກໍ່ກາຍເປັນສະຖາບັນການເງິນທີ່ສາມາດ ແບ່ງປັນໄປຊ່ວຍຜູ້ຄົນທຸກຍາກໃຫ້ມີຊີວິດດີຂຶ້ນ ໂດຍການຂັບເຄື່ອນຂອງນັກທຸລະກິດທ່ານນີ້.

May be an image of 1 person and standing

ທ່ານ ສາຍສະໝອນ ກວານ ເມືອງຈັນ ເປັນນັກທຸລະກິດອີກຄົນທີ່ທຸ່ມເທແຮງກາຍແຮງໃຈ ແລະກຳລັງຊັບຊ່ວຍປະຊາຊົນທີ່ທຸກຍາກໃນບ້ານເກີດເມືອງນອນຂອງຕົນ ນັກທຸລະກິດທ່ານນີ້ ປະຈຸບັນປະທານຂາຮຸ້ນຂອງສະຖາບັນການເງິນຈຸລະພາກທີ່ຮັບ ເງິນຝາກສາຍໃຍສໍາພັນທັງເປັນ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງສະຫວັນນະເຂດ ທ່ານກໍ່ກໍ່ເນື້ອສ້າງຕົວຈາກພະນັກງານຄູ ໂດຍເບື້ອງຕົ້ນໄດ້ພະຍາຍາມພັດທະນາອົງກອນ, ພັດທະນານັກຮຽນ ຈົນກາຍເປັນ ນັກຮຽນເກັ່ງລະດັບແຂວງລະດັບຊາດຫຼາຍຄົນ ໃນວິຊາຄະນິດສາດ, ເພາະເປັນຄູສອນພາສາຄະນິດສາດ.

May be an image of 6 people, people standing and outdoors

ຫຼັງຈາກນັ້ນໄດ້ປ່ຽນມາ ເປັນຄູສອນພາສາອັງກິດ ຊຶ່ງການ ເປັນຄູສອນພາສາອັງກິດໄດ້ມາພັດ ທະນາເລື່ອງກິດຈະກໍານັກຮຽນ, ປັບປຸງໂຄງລ່າງພື້ນຖານຂອງໂຮງ ຮຽນ ມສ ໂພນສະຫວັນ ທີ່ແຕ່ກ່ອນ ເອີ້ນວ່າ: ອຸດົມໂພນສະຫວັນ 2, ຈາກໂຮງຮຽນທີ່ເກືອບຮ້າງມາ ເປັນໂຮງຮຽນທີ່ສວຍງາມສົມ ຄວນ.

ມາຮອດປີ 2005 ໂຕເພິ່ນເອງແມ່ນໄດ້ຮັບຫຼຽນໄຊແຮງງານຊັ້ນ III ແລະຫຼຽນກາພັດທະນາໃນການ ເປັນຄູພັດທະນາຂອງໂຮງຮຽນ ມສ ໂພນສະຫວັນ, ຮອດປີ 2010 ແລະ2015 ໄດ້ຮັບຫຼຽນໄຊແຮງ ງານຊັ້ນ II ທີ່ມີຜົນງານການປະ ກອບສ່ວນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ມາໃນວັນທີ 13 ທັນວາ 2019 ທາງແຂວງກໍ່ຄືທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະ ເຂດ ໄດ້ເປີດບັ້ນຂະບວນການແຂ່ງ ຂັນຮັກຊາດ ແລະພັດທະນາ ພ້ອມ ມີທ່ານ ເກຍ ອູ໊ສິດທິເດດ ເຈົ້າຂອງ ໂຮງງານນໍ້າດື່ມ ແລະນໍ້າກ້ອນ ໂລມາຄໍາ ໄດ້ຊັກຊວນ ແລະພ້ອມກັນຕົກລົງສ້າງຕັ້ງໂຄງການຮ່ວມໃຈສາຍໄຍໂລມາຄໍາ ມີຈຸດປະສົງ ເພື່ອການພັດທະນາທີ່ບໍ່ຫວັງຜົນ ຕອບແທນ, ໂດຍໄດ້ເຂົ້າພັດທະນາ ຢູ່ບ້ານຕາຢົງ ແລະບ້ານປ່າແນະ ເມືອງນອງ ແຂວງສະຫວັນນະເຂດ.

ໂຄງການນັ້ນແມ່ນ ເນັ້ນໜັກການສ້າງພື້ນຖານໂຄງລ່າງ, ມີການສ້າງຝາຍເບຕົງເສີມເຫຼັກ 2 ຝາຍ, ເຈາະນໍ້າບາດານ 11 ບໍ່, ຂຸດໜອງສະໃຫຍ່ລວມໃຫ້ບ້ານ ແລະຝຶກແອບປະຊາຊົນປູກຝັງ ລ້ຽງສັດ ໂດຍນໍາເອົາເບ້ຍໄມ້ປະ ເພດເບ້ຍກ້ວຍ, ເບ້ຍແຂມ, ເບ້ຍ ຫວາຍ ແລະເບັຍໄມ້ຊະນິດອື່ນໆ ເກືອບ 2 ແສນເບ້ຍນໍາພາປູກ ເຊິ່ງທາງພາກລັດໄດ້ອະນຸຍາດ ໃຫ້ປະຊາຊົນຖືຄອງທີ່ດິນໃນການ ເຮັດສວນຄົນລະ 1 ເຮັກຕາ ເພື່ອ ປູກພືດແບບປະສົມປະສານ.

ມາ ຮອດປະຈຸບັນເຫັນວ່າຢູ່ 2 ບ້ານ ດັ່ງກ່າວແມ່ນສາມາດມີຜົນຜະ ລິດອອກຂາຍໄປຕ່າງປະເທດ ແລ້ວ, ຫຼັງຈາກມີບົດສະຫຼຸບການ ແຂ່ງຂັນຮັກຊາດ ແລະພັດທະນາ ຈຶ່ງໄດ້ເຮັດໃຫ້ໄດ້ຮັບຫຼຽນນາມ ມະຍົດນັກພັດທະນາດີເດັ່ນແຫ່ງ ຊາດທີ່ຈັດຂຶ້ນໃນຄັ້ງວັນທີ 16 ກັນຍາ 2022 ໃຫ້ກຽດປະ ດັບໂດຍທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ.

ຈາກນີ້ ຍັງໄດ້ປະກອບສ່ວນໃນ ການປະຕິບັດຕາມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກອງທັບປະຊາ ຊົນລາວຄືໄດ້ເຂົ້າຊ່ວຍເຫຼືອ ແລະ ແນະນໍາໃຫ້ທາງກອງທັບສາມາດ ເຂົ້າເຖິງແຫຼ່ງທຶນ ເພື່ອຊ່ວຍໃນ ການພັດທະນາທາງດ້ານຊີວິດ ການ ເປັນຢູ່, ພັດທະນາຄອບຄົວ ທັງໄດ້ປະກອບສ່ວນສ້າງເສັ້ນທາງເບຕົງເສີມເຫຼັກ ຢູ່ໜ້າສະໂມສອນກອງ ພົນທະຫານຮາບທີ 4, ເຊິ່ງໃນ ບັ້ນສະຫຼຸບຜົນງານ ໃນພິທີສະເຫຼີມ ສະຫຼອງຄົບຮອບ 40 ປີຂອງ ກອງພົນທະຫານຮາບທີ 4, ທາງ ກອງພົນ ຈິ່ງໄດ້ນໍາເອົາຫຼຽນໄຊພິ ລະອາດຫານຊັ້ນ III ມອບໃຫ້ ຊຶ່ງປະດັບ ໂດຍທ່ານ ພົອ ຈັນສະ ໝອນ ຈັນຍາລາດ ຮອງນາຍຍົກ ລັດຖະມົນຕີ ລັດຖະມົນຕີກະຊວງ ປ້ອງກັນປະເທດ ໂດຍຕົນເອງແມ່ນ ເປັນເອກະຊົນຜູ້ດຽວ ແລະຜູ້ທໍາອິດ ຂອງແຂວງ ສະຫວັນນະເຂດທີ່ ໄດ້ຮັບຫຼຽນນາມມະຍົດດັ່ງກ່າວ.


ທ່ານ ສາຍສະໝອນ ກວານ ເມືອງຈັນ ຍັງກ່າວໃຫ້ຮູ້ຕື່ມວ່າ: ໃນທຸກໆຜົນງານແມ່ນຮູ້ສຶກພາກ ພູມໃຈຫຼາຍ ທີ່ທຸກພາກສ່ວນສັງຄົມ ກໍ່ຄືພາກລັດໃຫ້ໂອກາດໃນການ ສ້າງສາພັດທະນາປະເທດຊາດ, ເຊິ່ງຕົນເອງມີຄໍາຂວັນທີ່ຢຶດຕິດ ໄວ້ໃນໃຈສະເໝີຄື: ບໍ່ເຮັດຈິງເຮັດ ແທ້ ຢ່າຫວັງພົບໄຊຊະນະ ນົບຫາ ຄວາມສໍາເລັດບໍ່ຮ່ອນມີວັນພໍ້ ບໍ່ ເອົາຈິງບໍ່ຄວນເລີ່ມ ລົງມືໃຫ້ໝາ ເຫົ່າ ເຂົາຊິວ່າວຽກຮ້າງ ເຈົ້າຂອງ ວາງຖິ້ມອື້ ລືບ້ານໃຫ້ທ່ານຫຍັນ ພ້ອມນີ້, ກໍ່ຂໍຝາກເຖິງນັກທຸລະກິດ ຜູ້ທີ່ມີສັກກາຍະພາບ ຫຼື ມີຄວາມ ສາມາດໃນການປະກອບສ່ວນທີ່ ພໍບິແບ່ງໄດ້ກໍ່ຢາກໃຫ້ປະກອບ ສ່ວນນໍາກັນ ເພື່ອເຮັດໃຫ້ການພັດທະນາປະເທດຊາດຂອງພວກເຮົາມີໃບໜ້າໃໝ່.

Leave a Reply

Your email address will not be published. Required fields are marked *